21 ແລະຖາມວ່າ, “ຂ້າແດ່ພະຣາຊາ ດ້ວຍເຫດໃດທ່ານຈຶ່ງມາທີ່ນີ້?” ກະສັດດາວິດຕອບວ່າ, “ເຮົາມາຂໍຊື້ລານຟາດເຂົ້າຂອງເຈົ້າ ແລະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ເພື່ອໂຣກລະບາດຈະໄດ້ໝົດໄປ.”
ເມື່ອຂະບວນແຫ່ໄດ້ມາເຖິງລານເຂົ້າຂອງອາຕາດ ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ; ພວກເຂົາໄດ້ຈັດພິທີປົງສົບຢ່າງຍິ່ງໃຫຍ່ຂຶ້ນ ແລະໂຢເຊັບກໍຈັດພິທີໄວ້ທຸກເປັນເວລາເຈັດວັນ.
ໃນວັນດຽວກັນນັ້ນ ກາດໄດ້ໄປຫາກະສັດດາວິດ ແລະເວົ້າວ່າ, “ໃຫ້ທ່ານຂຶ້ນໄປທີ່ລານຟາດເຂົ້າຂອງອາໂຣນາຊາວເຢບຸດ ແລະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ.”
ເມື່ອອາໂຣນາຫລຽວລົງມາເຫັນກະສັດ ແລະພວກຂ້າຣາຊການຂອງເພິ່ນມາຫາຕົນ ລາວຈຶ່ງຂາບລົງຕໍ່ໜ້າກະສັດ
ແຕ່ໂຢອາບຕອບກະສັດວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໂຜດໃຫ້ມີປະຊາຊົນອິດສະຣາເອນເພີ່ມຂຶ້ນຫລາຍກວ່າດຽວນີ້ຮ້ອຍເທົ່າ ແລະຂໍໃຫ້ທ່ານຈົ່ງໝັ້ນຍືນຈົນໄດ້ເຫັນສິ່ງທີ່ພຣະອົງກະທຳການເຖີດ. ເປັນຫຍັງທ່ານຈຶ່ງຕ້ອງການເຮັດເຊັ່ນນີ້?”
ກະສັດດາວິດກ່າວແກ່ລາວວ່າ, “ຈົ່ງຂາຍລານເຂົ້ານີ້ໃຫ້ເຮົາສາ ເພື່ອເຮົາຈະໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ແລະພະຍາດລະບາດຈະໄດ້ເຊົາ. ເຮົາຈະຈ່າຍຄ່າລານເຂົ້າໃຫ້ເຈົ້າເຕັມລາຄາ.”
ແຕ່ຟີເນຮາໄດ້ລຸກຂຶ້ນລົງໂທດຜູ້ທີ່ເຮັດຜິດ ແລ້ວໂຣກລະບາດກໍໄດ້ຢຸດສະໜິດຈົນສິ້ນ.
ແລະຊັດຫອກຂອງຕົນໃສ່ ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມທຳລາຍຊາວອິດສະຣາເອນຢູ່ນັ້ນຈຶ່ງຢຸດຕິລົງ,