2 ຊາມູເອນ 24:16 - ພຣະຄຳພີສັກສິ16 ໃນຂະນະທີ່ເທວະດາເກືອບຈະທຳລາຍນະຄອນເຢຣູຊາເລັມນັ້ນ ພຣະເຈົ້າຢາເວປ່ຽນໃຈເຖິງການລົງໂທດປະຊາຊົນ. ພຣະອົງສັ່ງເທວະດາທີ່ກຳລັງຂ້າພວກເຂົາຢູ່ນັ້ນວ່າ, “ຢຸດ! ສໍ່ານີ້ກໍພໍແລ້ວ.” ໃນຂະນະນັ້ນ ເທວະດາຂອງພຣະເຈົ້າຢາເວກຳລັງຢືນຢູ່ໃກ້ກັບລານຟາດເຂົ້າຂອງອາໂຣນາ ຊາວເຢບຸດ. Uka jalj uñjjattʼäta |
ໃນວັນນັ້ນ ກະສັດດາວິດໄດ້ກ່າວແກ່ພວກທະຫານຂອງເພິ່ນວ່າ, “ຢູ່ທີ່ນີ້ມີຜູ້ໃດແດ່ບໍທີ່ຊັງຊາວເຢບຸດຫລາຍເທົ່າກັບທີ່ເຮົາຊັງພວກເຂົາ ແລະພໍທີ່ຈະຂ້າພວກເຂົາໄດ້? ໃຫ້ຂຶ້ນໄປທາງທໍ່ນໍ້າເພື່ອເຂົ້າບຸກໂຈມຕີຄົນຕາບອດກັບຄົນຂາພິການເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງມີຄຳກ່າວກັນວ່າ, “ຄົນຕາບອດກັບຄົນຂາພິການບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໃນເຮືອນຂອງອົງພຣະຜູ້ເປັນເຈົ້າ.”)
ກະສັດເຮເຊກີຢາແລະປະຊາຊົນຢູດາບໍ່ໄດ້ປະຫານຊີວິດມີກາ. ແຕ່ເຈົ້າເຮເຊກີຢາກັບໄດ້ຢຳເກງພຣະເຈົ້າຢາເວ ແລະໄດ້ພະຍາຍາມປະພຶດຕົນໃຫ້ພຣະອົງພໍໃຈ. ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນຄວາມຕັ້ງໃຈໂດຍບໍ່ໄດ້ນຳໄພພິບັດ ທີ່ພຣະອົງໄດ້ກ່າວໄວ້ນັ້ນມາສູ່ພວກເຂົາແຕ່ຢ່າງໃດ. ແຕ່ບັດນີ້ ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ.” (