Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 24:13 - ພຣະຄຳພີສັກສິ

13 ກາດ​ກໍ​ໄປ​ບອກ​ກະສັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ນັ້ນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ຈະ​ເລືອກ​ເອົາ​ຢ່າງ​ໃດ: ເກີດ​ການອຶດຢາກ​ຢູ່​ໃນ​ດິນແດນ​ເປັນ​ເວລາ​ສາມ​ປີ ຫລື​ວ່າ​ປົບໜີ​ຈາກ​ສັດຕູ​ໄລ່​ເປັນ​ເວລາ​ສາມ​ເດືອນ ຫລື​ວ່າ​ເກີດ​ໂຣກ​ລະບາດ​ໃນ​ດິນແດນ​ເປັນ​ເວລາ​ສາມ​ວັນ. ບັດນີ້​ໃຫ້​ທ່ານ​ຄິດ​ເບິ່ງ​ແລະ​ຕອບ​ຂ້ານ້ອຍ​ມາ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ນຳ​ຄຳຕອບ​ຂອງທ່ານ ກັບຄືນ​ໄປ​ບອກ​ພຣະອົງ​ຜູ້​ໄດ້ສົ່ງ​ຂ້ອຍ​ມາ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 24:13
20 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ກະສັດ​ດາວິດ​ນັ້ນ ການ​ອຶດຢາກ​ຢ່າງໜັກ​ໄດ້​ເກີດຂຶ້ນ​ເປັນ​ເວລາ​ສາມ​ປີ​ເຕັມ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້ ແລະ​ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ໂຊນ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ລາວ​ໄດ້​ຂ້າ​ປະຊາຊົນ​ກີເບໂອນ.” (


ບັດນີ້ ເອລີຊາ​ໄດ້​ບອກ​ຍິງ​ຢູ່​ໃນ​ເມືອງ​ຊູເນມ ຜູ້​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ລູກຊາຍ​ຂອງ​ນາງ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ຈະ​ສົ່ງ​ການອຶດຢາກ​ມາ​ເທິງ​ດິນແດນ​ນີ້​ເປັນ​ເວລາ​ເຈັດ​ປີ.” ທັງ​ບອກ​ໃຫ້​ນາງ ແລະ​ຄອບຄົວ​ໜີໄປ​ຢູ່​ທີ່​ອື່ນ.


ຄື​ເກີດ​ການອຶດຢາກ​ສາມ​ປີ; ແລ່ນ​ປົບໜີ​ຈາກ​ກອງທັບ​ສັດຕູ​ສາມ​ເດືອນ; ໃຫ້​ພຣະເຈົ້າຢາເວ​ໃຊ້​ດາບ​ໂຈມຕີ ແລະ​ນຳ​ໂຣກ​ລະບາດ​ມາ​ສູ່​ດິນແດນ​ຂອງທ່ານ​ສາມ​ວັນ ໂດຍ​ໃຫ້​ເທວະດາ​ຂອງ​ພຣະເຈົ້າຢາເວ​ນຳ​ເອົາ​ຄວາມຕາຍ​ມາ​ສູ່​ທົ່ວ​ທັງ​ຊາດ​ອິດສະຣາເອນ. ທ່ານ​ຈະ​ໃຫ້​ຄຳຕອບ​ຢ່າງໃດ​ແກ່​ພຣະອົງ?”


ຫລື​ໂຣກ​ລະບາດ​ທີ່​ເກີດຂຶ້ນ​ໃນ​ເວລາ​ມືດມົນ ຫລື​ມານຮ້າຍ​ທີ່​ຂ້າ​ຄົນ​ໃນ​ເວລາ​ກາງເວັນ​ນັ້ນ.


ເຈັດ​ວັນ​ຜ່ານໄປ ຫລັງຈາກ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້ານິນ​ກາຍເປັນ​ເລືອດ.


“ມະນຸດ​ເອີຍ ຖ້າ​ປະເທດ​ໜຶ່ງ​ເຮັດ​ບາບ ແລະ​ບໍ່​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ຢຽດ​ມື​ອອກ​ໄປ​ທຳລາຍ​ສະບຽງ​ອາຫານ​ຂອງ​ປະເທດ​ນັ້ນ. ເຮົາ​ຈະ​ສົ່ງ​ການອຶດຢາກ​ໄປ​ຂ້າ​ມະນຸດ​ຕະຫລອດ​ສັດ​ທັງຫລາຍ​ດ້ວຍ.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ເຮົາ​ຈະ​ນຳ​ການ​ລົບລາຂ້າຟັນ​ມາ​ເປັນ​ການ​ລົງໂທດ ຍ້ອນ​ວ່າ​ພວກເຈົ້າ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ແລະ​ຖ້າ​ພວກເຈົ້າ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ທີ່​ປອດໄພ ເຮົາ​ກໍ​ຈະ​ສົ່ງ​ໂຣກ​ລະບາດ​ມາ​ໃນ​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ບີບ​ບັງຄັບ​ໃຫ້​ຍອມ​ຈຳນົນ​ແກ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ພະຍາດ​ຕິດຕໍ່, ພະຍາດ​ອັກເສບ​ແລະ​ຄວາມ​ເຈັບໄຂ້​ໄດ້ປ່ວຍ; ນອກຈາກນີ້ ພຣະອົງ​ຈະ​ໃຫ້​ເກີດ​ການ​ແຫ້ງແລ້ງ ແລະ​ແມງໄມ້​ຈະ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຈົນ​ໝົດ. ຄວາມ​ຈິບຫາຍ​ເຫຼົ່ານີ້​ຈະ​ຄຸກຄາມ​ປະຈຳ ຈົນ​ພວກເຈົ້າ​ຕາຍ.


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ແຂ່ງ​ຂາ​ຂອງ​ພວກເຈົ້າ​ເຈັບປວດ ແລະ​ບໍ່​ຫາຍ​ດີ​ຈັກເທື່ອ; ຕຸ່ມຝີ​ຈະ​ມີ​ຢູ່​ເຕັມ​ຕົວ​ຕັ້ງແຕ່​ຫົວ​ເຖິງ​ຕີນ.


ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.


ສະນັ້ນ ຈົ່ງ​ພິຈາລະນາ​ໃຫ້​ດີ​ເບິ່ງດູ ແລະ​ຕັດສິນໃຈ​ວ່າ​ຍານາງ​ຄວນ​ຈະ​ເຮັດ​ຢ່າງ​ໃດ ເລື່ອງ​ນີ້​ອາດ​ນຳ​ເອົາ​ຄວາມ​ຫຼົ້ມຈົມ​ມາ​ສູ່​ນາຍ​ຂອງ​ພວກເຮົາ ຕະຫລອດ​ທັງ​ທຸກຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ກໍໄດ້. ເພິ່ນ​ເປັນ​ຄົນ​ດື້ດ້ານ​ທີ່ສຸດ​ຈຶ່ງ​ບໍ່​ຍອມ​ຟັງ​ຜູ້ໃດ​ໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka