2 ຊາມູເອນ 24:11 - ພຣະຄຳພີສັກສິ11-12 ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວຕໍ່ກາດຜູ້ທຳນວາຍປະຈຳຕົວຂອງກະສັດດາວິດວ່າ, “ຈົ່ງໄປບອກດາວິດວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ເຮົາກຳລັງໃຫ້ລາວເລືອກເອົາຢ່າງໜຶ່ງໃນສາມຢ່າງ ແລະເຮົາຈະເຮັດຕາມທີ່ລາວໄດ້ເລືອກເອົານັ້ນ.” ດັ່ງນັ້ນ ໃນເຊົ້າຂອງວັນຕໍ່ມາ ຫລັງຈາກກະສັດດາວິດຕື່ນແຕ່ນອນແລ້ວ Uka jalj uñjjattʼäta |
ໂຊນຈຶ່ງເວົ້າວ່າ, “ເປັນຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ.” ດັ່ງນັ້ນ ພວກເຂົາຈຶ່ງໄປບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວບາງຄົນທີ່ອອກມາຕັກນໍ້າ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ?” (ໃນເວລານັ້ນຄົນເອີ້ນຜູ້ທຳນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ.”)