2 ຊາມູເອນ 24:1 - ພຣະຄຳພີສັກສິ1 ຢູ່ມາ ພຣະເຈົ້າຢາເວໄດ້ໂກດຮ້າຍຊາດອິດສະຣາເອນ ຈຶ່ງໃຫ້ກະສັດດາວິດນຳເອົາຄວາມເດືອດຮ້ອນມາສູ່ພວກເຂົາ. ອົງພຣະຜູ້ເປັນເຈົ້າກ່າວຕໍ່ກະສັດດາວິດວ່າ, “ຈົ່ງໄປນັບເບິ່ງຊາວອິດສະຣາເອນກັບຊາວຢູດາ.” Uka jalj uñjjattʼäta |
ຕໍ່ມາ ໂມເຊໄດ້ກ່າວກັບອາໂຣນ ແລະເອເລອາຊາແລະອີທາມາ ລູກຊາຍຂອງອາໂຣນວ່າ, “ຢ່າປ່ອຍຜົມໃຫ້ຫຍຸ້ງຫລືຈີກເຄື່ອງນຸ່ງຫົ່ມ ເພື່ອສະແດງວ່າພວກເຈົ້າກຳລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະພຣະເຈົ້າຢາເວຈະໂກດຮ້າຍ ແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນຄົນອື່ນໆພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ພຣະເຈົ້າຢາເວໄດ້ສົ່ງມາ.
ຂ້າແດ່ພະຣາຊາ ຂໍທ່ານຟັງຂ້ານ້ອຍເວົ້າສາກ່ອນ ຖ້າແມ່ນພຣະເຈົ້າຢາເວໃຫ້ທ່ານເປັນຜູ້ຕໍ່ສູ້ຂ້ານ້ອຍແລ້ວ ການຖວາຍບູຊາຢ່າງໜຶ່ງກໍຈະກະທຳໃຫ້ພຣະອົງປ່ຽນໃຈ, ແຕ່ຖ້າແມ່ນມະນຸດເປັນຜູ້ກະທຳເອງ ກໍຂໍໃຫ້ຄຳສາບແຊ່ງຂອງພຣະເຈົ້າຢາເວຕົກຖືກພວກເຂົາ ເພາະພວກເຂົາເອງເປັນຜູ້ຕາມລ່າຂ້ານ້ອຍໃຫ້ອອກຈາກດິນແດນຂອງພຣະເຈົ້າຢາເວ ແລະໃຫ້ຂ້ານ້ອຍໄປອາໄສຢູ່ໃນປະເທດທີ່ຂ້ານ້ອຍຈຳເປັນຕ້ອງຂາບໄຫວ້ພະອື່ນ.