Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 23:7 - ພຣະຄຳພີສັກສິ

7 ຄົນ​ຈະ​ໃຊ້​ຫອກ​ຫລື​ໃຊ້​ເຄື່ອງ​ມື​ເປັນ​ເຫຼັກ, ພວກເຂົາ​ຈະ​ຖືກ​ໄຟ​ເຜົາ​ໄໝ້​ຈົນ​ໝົດສິ້ນ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 23:7
14 Jak'a apnaqawi uñst'ayäwi  

ເຊື້ອສາຍ​ເຂົາເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ລອດ​ຊີວິດ​ຢູ່ ກະສັດ​ຈະ​ຂ້າ​ທຸກຄົນ​ຖິ້ມ​ບໍ່​ເວັ້ນ​ຜູ້ໃດ.


ເຮົາ​ຈະ​ບໍ່​ໂກດຮ້າຍ​ຕໍ່​ສວນອະງຸ່ນ​ຂອງເຮົາ​ອີກ​ຕໍ່ໄປ. ຖ້າ​ກົກ​ໜາມ​ໃຫຍ່ນ້ອຍ​ເກີດຂຶ້ນ​ມາ​ຕໍ່ສູ້ ເຮົາ​ກໍ​ຈະ​ເຜົາ​ໃຫ້​ສິ້ນຊາກ​ໄປ.


ພວກເຈົ້າ​ຈະ​ໝຸ່ນ​ໝົດ​ດັ່ງ​ຫີນ​ທີ່​ຖືກ​ເຜົາ​ເພື່ອ​ຈະ​ເອົາ​ໄປ​ເຮັດ​ປູນຂາວ ດັ່ງ​ໜາມ​ທີ່​ຖືກ​ເຜົາ​ເປັນ​ຂີ້ເຖົ່າ.


ແຕ່​ມະນຸດ​ເອີຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ພວກເຂົາ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ​ເລີຍ. ພວກເຂົາ​ຈະ​ທ້າທາຍ ແລະ​ດູຖູກ​ຢຽບຫຍາມ​ເຈົ້າ ດັ່ງ​ກັບ​ວ່າ​ເຈົ້າ​ຢູ່​ທ່າມກາງ​ແມງງອດ. ເຖິງ​ປານນັ້ນ​ກໍຕາມ ຢ່າສູ່ຢ້ານ​ຄົນ​ກະບົດ​ເຫຼົ່ານັ້ນ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ເລີຍ.


ປະ​ໃຫ້​ມັນ​ໃຫຍ່​ຂຶ້ນ​ນຳ​ກັນ ຈົນກວ່າ​ເຖິງ​ລະດູ​ເກັບກ່ຽວ ແລ້ວ​ເຮົາ​ກໍ​ຈະ​ສັ່ງ​ໃຫ້​ພວກ​ຄົນງານ​ເກັບກ່ຽວ​ເຂົ້າ​ນົກ​ກ່ອນ ໂຮມ​ເປັນ​ມັດ​ແລະ​ເຜົາ​ໄຟ​ຖິ້ມ​ເສຍ, ສ່ວນ​ເຂົ້າ​ດີ​ນັ້ນ​ໃຫ້​ໂຮມ​ໄວ້​ໃສ່​ເລົ້າ​ຂອງເຮົາ.”’


ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.


ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’


ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’


ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ໃນຂະນະ​ນັ້ນ ຜູ້ຊົ່ວຮ້າຍ​ຈຶ່ງ​ຈະ​ປາກົດ​ຕົວ ແລະ​ອົງ​ພຣະເຢຊູເຈົ້າ​ກໍ​ຈະ​ປະຫານ​ມັນ​ເສຍ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ​ຈະ​ລ້າງຜານ​ໃຫ້​ມັນ​ດັບສູນ​ໄປ​ດ້ວຍ​ແສງ​ອັນ​ຮຸ່ງເຮືອງ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ.


ແຕ່​ພື້ນດິນ​ທີ່​ເກີດ​ສ້ຽນໜາມ ກໍ​ນັບ​ວ່າ​ບໍ່ມີ​ຄ່າ ແລະ​ເກືອບ​ຈະ​ຖືກ​ຊົງ​ປ້ອຍດ່າ​ແລ້ວ ໃນ​ທີ່ສຸດ​ກໍ​ຈະ​ຖືກ​ເຜົາ​ໄຟ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka