2 ຊາມູເອນ 23:5 - ພຣະຄຳພີສັກສິ5 ພຣະເຈົ້າອວຍພອນໃຫ້ເຊື້ອສາຍຂອງຂ້ານ້ອຍດັ່ງນີ້ ເພາະຊົງຕັ້ງພັນທະສັນຍາກັບຂ້ານ້ອຍສືບໄປ, ເປັນຄຳຕົກລົງທີ່ຈະບໍ່ຖືກຍົກເລີກ ເປັນຄຳສັນຍາທີ່ຈະປ່ຽນແປງບໍ່ໄດ້. ທັງໝົດນີ້ ຄືສິ່ງທີ່ຂ້ານ້ອຍຕ້ອງການ ຄືຊົງມອບໄຊຊະນະໃຫ້ໃນທຸກໆສະພາບການ. Uka jalj uñjjattʼäta |
ເມື່ອເຈົ້າອັບຊາໂລມໄດ້ຕາຍໄປນັ້ນ ອາໂດນີຢາລູກຊາຍກົກຂອງກະສັດດາວິດ ຜູ້ທີ່ໄດ້ກັບນາງຮັກກິດກໍຍັງມີຊີວິດຢູ່. ລາວເປັນຄົນຮູບຮ່າງງາມຫລາຍ. ກະສັດດາວິດບໍ່ເຄີຍຕຳໜິຕິຕຽນລາວໃນເລື່ອງໃດໆທັງໝົດ ແລະລາວກໍທະເຍີທະຍານຢາກເປັນກະສັດ. ອາໂດນີຢາຕຽມເອົາລົດຮົບ, ມ້າ ແລະທະຫານຕິດຕາມຕົນໄປຫ້າສິບຄົນ.
ຖ້າເຈົ້າເຊື່ອຟັງເຮົາທຸກຢ່າງ, ປະຕິບັດຕາມບັນດາກົດບັນຍັດຂອງເຮົາ ແລະເຮັດໃຫ້ເຮົາພໍໃຈໂດຍປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ດັ່ງດາວິດຜູ້ຮັບໃຊ້ຂອງເຮົາໄດ້ປະຕິບັດນັ້ນ ເຮົາກໍຈະຢູ່ກັບເຈົ້າເລື້ອຍໄປ. ເຮົາຈະໃຫ້ເຈົ້າເປັນກະສັດຂອງອິດສະຣາເອນ ແລະຈະໃຫ້ມີເຊື້ອສາຍປົກຄອງສືບແທນເຈົ້າ ດັ່ງທີ່ເຮົາໄດ້ປະຕິບັດຕໍ່ດາວິດນັ້ນ.