2 ຊາມູເອນ 23:3 - ພຣະຄຳພີສັກສິ3 ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວຕໍ່ຂ້ານ້ອຍ ຜູ້ຄຸ້ມຄອງຊາດອິດສະຣາເອນໄດ້ກ່າວດັ່ງນີ້: ກະສັດຜູ້ທີ່ປົກຄອງດ້ວຍຄວາມຍຸດຕິທຳ ແລະປົກຄອງດ້ວຍຄວາມຢຳເກງພຣະເຈົ້າ. Uka jalj uñjjattʼäta |
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”
ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ, “ໃຫ້ບອກຊາວອິດສະຣາເອນວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໃຊ້ຂ້ອຍມາຫາພວກເຈົ້າ.’ ອັນນີ້ ແມ່ນຊື່ຂອງເຮົາ ແລະຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸຄົນຈະເອີ້ນຊື່ນີ້ຕະຫລອດໄປ.