22 ນີ້ແຫລະ ແມ່ນວິລະກຳຂອງເບນາອີຢາລູກຊາຍຂອງເຢໂຮຍອາດາ ຜູ້ໜຶ່ງໃນພວກທະຫານເອກສາມສິບຄົນ.
ສະນັ້ນ ພວກທະຫານຂອງໂຢອາບ, ຊາວເກເຣັດແລະຊາວເປເລັດ ແລະທະຫານອື່ນໆທີ່ຄ້າງຢູ່ໃນນະຄອນເຢຣູຊາເລັມ ຈຶ່ງໄປກັບອາບີໄຊເພື່ອຕາມຫາຈັບເຊບາລູກຊາຍຂອງບີກຣີ.
ເບນາອີຢາ ລູກຊາຍຂອງເຢໂຮຍອາດາຊາວກັບເຊເອນ ເປັນທະຫານທີ່ມີຊື່ສຽງອີກຄົນໜຶ່ງ; ລາວໄດ້ສ້າງວິລະກຳໄວ້ຫລາຍຢ່າງ ຄືໄດ້ຂ້າທະຫານໂມອາບຜູ້ສຳຄັນສອງຄົນ. ມີຄັ້ງໜຶ່ງ ໃນມື້ຫິມະຕົກ ລາວໄດ້ລົງໄປໃນຫລຸມແລະໄດ້ຂ້າສິງໂຕໜຶ່ງ.
ລາວຍັງໄດ້ຂ້າຄົນເອຢິບຜູ້ໜຶ່ງຊຶ່ງເປັນຄົນຮ່າງໃຫຍ່ ແລະມີຫອກເປັນອາວຸດ. ເບນາອີຢາຕໍ່ສູ້ລາວໂດຍໃຊ້ໄມ້ຄ້ອນເພື່ອຍາດຫອກຈາກມືຂອງຄົນເອຢິບ ແລະໃຊ້ຫອກນັ້ນຂ້າຄູ່ຕໍ່ສູ້.
ລາວເປັນຜູ້ເກັ່ງກ້າໃນທ່າມກາງພວກເຂົາ ແຕ່ຍັງບໍ່ມີຊື່ສຽງເທົ່າກັບຈອມສາມທະຫານເອກ. ກະສັດດາວິດໄດ້ເອົາລາວເປັນທະຫານປ້ອງກັນຕົວຂອງເພິ່ນ.
ເບນາອີຢາລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການ ຊາວເກເຣັດແລະຊາວເປເລັດທະຫານປ້ອງກັນຕົວຂອງກະສັດດາວິດ ແລະບັນດາລູກຊາຍຂອງກະສັດດາວິດເປັນປະໂຣຫິດ.