21 ລາວຍັງໄດ້ຂ້າຄົນເອຢິບຜູ້ໜຶ່ງຊຶ່ງເປັນຄົນຮ່າງໃຫຍ່ ແລະມີຫອກເປັນອາວຸດ. ເບນາອີຢາຕໍ່ສູ້ລາວໂດຍໃຊ້ໄມ້ຄ້ອນເພື່ອຍາດຫອກຈາກມືຂອງຄົນເອຢິບ ແລະໃຊ້ຫອກນັ້ນຂ້າຄູ່ຕໍ່ສູ້.
ເບນາອີຢາ ລູກຊາຍຂອງເຢໂຮຍອາດາຊາວກັບເຊເອນ ເປັນທະຫານທີ່ມີຊື່ສຽງອີກຄົນໜຶ່ງ; ລາວໄດ້ສ້າງວິລະກຳໄວ້ຫລາຍຢ່າງ ຄືໄດ້ຂ້າທະຫານໂມອາບຜູ້ສຳຄັນສອງຄົນ. ມີຄັ້ງໜຶ່ງ ໃນມື້ຫິມະຕົກ ລາວໄດ້ລົງໄປໃນຫລຸມແລະໄດ້ຂ້າສິງໂຕໜຶ່ງ.
ນີ້ແຫລະ ແມ່ນວິລະກຳຂອງເບນາອີຢາລູກຊາຍຂອງເຢໂຮຍອາດາ ຜູ້ໜຶ່ງໃນພວກທະຫານເອກສາມສິບຄົນ.
ລາວໄດ້ຂ້າຊາວເອຢິບຄົນໜຶ່ງ ສູງປະມານສອງແມັດເຄິ່ງ ທີ່ຖືຫອກເທົ່າກັບໄມ້ກຳພັ້ນຫູກ. ເບນາອີຢາໄດ້ໃຊ້ໄມ້ຄ້ອນສູ້ຮົບ ເພື່ອຍາດເອົາຫອກຈາກມືຂອງຄົນເອຢິບ ແລະໃຊ້ຫອກນັ້ນຂ້າຄົນເອຢິບຜູ້ນັ້ນ.
ໂດຍໄມ້ກາງແຂນນັ້ນ ພຣະອົງໄດ້ຊົງປົດວິນຍານຄອບຄອງ ແລະອຳນາດວິນຍານຊົ່ວທັງຫລາຍເສຍ ແລະໄດ້ຊົງປະຈານພວກເຂົາຢ່າງເປີດເຜີຍ ໂດຍນຳພວກເຂົາເປັນຊະເລີຍໃນຂະບວນແຫ່ງໄຊຊະນະຂອງພຣະອົງ.
ດາວິດແລ່ນເຂົ້າໄປຫາໂກລີອາດຢຽບໂຕລາວໄວ້, ຖອດເອົາດາບຂອງໂກລີອາດອອກມາຈາກຝັກ ແລະໃຊ້ດາບນັ້ນຕັດຫົວຂອງລາວ. ເມື່ອພວກຟີລິດສະຕິນເຫັນວ່າ ຜູ້ເກັ່ງກ້າຂອງພວກຕົນຕາຍໄປແລ້ວ ພວກເຂົາຈຶ່ງພາກັນແລ່ນປົບໜີໄປ.