2 “ພຣະວິນຍານຂອງພຣະເຈົ້າຢາເວກ່າວຜ່ານຂ້ານ້ອຍ ຖ້ອຍຄຳພຣະອົງຢູ່ທີ່ລີ້ນຂອງຂ້ານ້ອຍ.
ຂ້າແດ່ພະຣາຊາ ປະຊາຊົນອິດສະຣາເອນທັງໝົດກຳລັງລໍຟັງທ່ານຢູ່ວ່າ ທ່ານຈະໃຫ້ຜູ້ໃດຂຶ້ນເປັນກະສັດປົກຄອງແທນທ່ານ.
ພຣະອົງຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ດ້ວຍເຫດໃດພຣະວິນຍານບໍຣິສຸດເຈົ້າ ຈຶ່ງດົນໃຈດາວິດໃຫ້ເອີ້ນພຣະຄຣິດວ່າ ‘ພຣະອົງເຈົ້າ?’ ດາວິດໄດ້ເວົ້າວ່າ,
ເພາະວ່າດາວິດເອງໄດ້ກ່າວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າວ່າ, ‘ອົງພຣະຜູ້ເປັນເຈົ້າກ່າວແກ່ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງເບື້ອງຂວາຂອງເຮົາ ຈົນກວ່າເຮົາໄດ້ປາບສັດຕູທັງຫລາຍຂອງເຈົ້າ ໃຫ້ລົງຢູ່ໃຕ້ຕີນຂອງເຈົ້າ.’
ເພາະວ່າ ຄຳທຳນວາຍນັ້ນບໍ່ໄດ້ມາຈາກນໍ້າໃຈຂອງມະນຸດຈັກເທື່ອ, ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງດົນໃຈ.