Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 23:16 - ພຣະຄຳພີສັກສິ

16 ຈອມສາມ​ທະຫານເອກ​ຈຶ່ງ​ໄດ້​ບຸກ​ຜ່ານ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ຈາກ​ສ້າງ ແລະ​ເອົາ​ນໍ້າ​ມາ​ໃຫ້​ກະສັດ​ດາວິດ​ດື່ມ, ແຕ່​ແທນ​ທີ່​ເພິ່ນ​ຈະ​ດື່ມ ເພິ່ນ​ຊໍ້າ​ຖອກ​ນໍ້າ​ນັ້ນ​ລົງ​ດິນ ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ

Uka jalj uñjjattʼäta Copia luraña




2 ຊາມູເອນ 23:16
12 Jak'a apnaqawi uñst'ayäwi  

ໃນ​ບ່ອນ​ທີ່​ພຣະເຈົ້າ​ກ່າວ​ແກ່​ຢາໂຄບ​ນັ້ນ ເພິ່ນ​ໄດ້​ຕັ້ງ​ເສົາ​ຫີນ​ໄວ້​ເປັນ​ທີ່ລະນຶກ ແລະ​ຖວາຍ​ໃຫ້​ພຣະເຈົ້າ​ໂດຍ​ຖອກ​ເຫຼົ້າ​ອະງຸ່ນ​ກັບ​ນໍ້າມັນ​ໝາກກອກເທດ​ໃສ່​ເທິງ​ນັ້ນ.


ຜູ້​ທີສອງ​ຂອງ​ຈອມສາມ​ທະຫານເອກ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ໃນ​ຕະກຸນ​ອາໂຮ. ມື້​ໜຶ່ງ ເອເລອາຊາ​ກັບ​ກະສັດ​ດາວິດ​ໄດ້​ທ້າທາຍ​ຊາວ​ຟີລິດສະຕິນ ທີ່​ມາ​ເຕົ້າໂຮມ​ກັນ​ເພື່ອ​ຈະ​ເຮັດ​ເສິກ. ຊາວ​ອິດສະຣາເອນ​ໄດ້​ຖອຍໄປ,


ສາມ​ທະຫານ​ເອກ​ໄດ້​ຕີ​ຝ່າ​ຄ້າຍ​ທະຫານ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ທີ່​ສ້າງ​ມາ​ໃຫ້​ກະສັດ​ດາວິດ. ເພິ່ນ​ດື່ມ​ບໍ່​ລົງ ແຕ່​ກັບ​ຖອກ​ນໍ້າ​ລົງ​ດິນ​ຖວາຍ​ແກ່​ພຣະເຈົ້າຢາເວ


ສອງ​ຄົນ​ຍ່ອມ​ຕ້ານທານ​ການ​ໂຈມຕີ​ທີ່​ຈະ​ເອົາ​ຊະນະ​ຄົນດຽວ​ໄດ້ ເຊືອກ​ສາມ​ກຽວ​ກໍ​ຂາດ​ໄດ້​ຍາກ.


ຕະຫລອດ​ທັງ​ຄືນ​ນັ້ນ​ໃຫ້​ເຈົ້າ​ລຸກຂຶ້ນ​ມາ ລຸກ​ແລ້ວ​ລຸກອີກ ຄໍ່າຄວນ​ຫາ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເປີດໃຈ​ເຈົ້າ​ອອກ​ຂໍ​ໃຫ້​ເມດຕາ​ລູກ​ເຈົ້າ​ທັງຫລາຍ ຜູ້​ທີ່​ອຶດຫິວ​ຕາຍ​ຕາມ​ແຈ​ຫົນທາງ​ທຸກ​ເສັ້ນ.


ສ່ວນ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ທີ່​ຖວາຍ​ພ້ອມ​ກັບ​ລູກແກະ​ໂຕ​ທີໜຶ່ງ​ນັ້ນ ໃຫ້​ຖອກ​ໃນ​ບ່ອນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ດ້ວຍວ່າ, ບໍ່​ຄ່ອຍ​ຈະ​ມີ​ຜູ້ໃດ​ຍອມ​ຕາຍ​ແທນ​ຄົນ​ຊອບທຳ, ແຕ່​ບາງທີ​ອາດ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍໄດ້.


ເພາະວ່າ, ຄວາມຮັກ​ຂອງ​ພຣະຄຣິດ​ຊົງ​ບັງຄັບ​ພວກເຮົາ​ຢູ່ ຍ້ອນ​ພວກເຮົາ​ແນ່ໃຈ​ວ່າ, ມີ​ຜູ້ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ. ດັ່ງນັ້ນ ຄົນ​ທັງປວງ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ.


ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ລາວ​ໄດ້​ສ່ຽງ​ຊີວິດ​ເມື່ອ​ລາວ​ໄດ້​ຂ້າ​ໂກລີອາດ ແລະ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ສຳລັບ​ຊາດ​ອິດສະຣາເອນ. ເມື່ອ​ພໍ່​ເຫັນ​ເຊັ່ນນີ້​ພໍ່​ເອງ​ກໍ​ດີໃຈ. ດັ່ງນັ້ນ ເຫດໃດ ພໍ່​ຈຶ່ງ​ຢາກ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ບໍ່ມີ​ຄວາມຜິດ ແລະ​ຂ້າ​ດາວິດ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ໝົດ?”


ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka