2 ຊາມູເອນ 23:10 - ພຣະຄຳພີສັກສິ10 ແຕ່ເອເລອາຊາໄດ້ຢືນຕໍ່ສູ້ພວກຟີລິດສະຕິນຈົນມືລາວຈັງ ແລະວາງດາບອອກຈາກມືບໍ່ໄດ້. ໃນມື້ນັ້ນ ພຣະເຈົ້າຢາເວໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ. ຫລັງຈາກເສິກສິ້ນສຸດລົງແລ້ວ ຊາວອິດສະຣາເອນຈຶ່ງກັບມາຫາເອເລອາຊາ ເພື່ອປົດເອົາອາວຸດຈາກພວກທີ່ຖືກຂ້າເທົ່ານັ້ນ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ.
ໂຢນາທານເວົ້າກັບຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປທີ່ຄ້າຍຂອງຊາວຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ. ບາງທີພຣະເຈົ້າຢາເວຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະເຈົ້າຢາເວມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າພວກເຮົາມີໜ້ອຍຄົນກໍຕາມ.”