Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 23:1 - ພຣະຄຳພີສັກສິ

1 ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:

Uka jalj uñjjattʼäta Copia luraña




2 ຊາມູເອນ 23:1
25 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້​ເອີ້ນ​ພວກ​ລູກຊາຍ​ທຸກຄົນ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃກ້​ພໍ່​ພີ້ ແລະ​ພໍ່​ຈະ​ບອກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ພາຍ​ຄັ້ງໜ້າ​ດັ່ງນີ້:


ພຣະອົງ​ໃຫ້​ຂ້ານ້ອຍ​ຍ່າງ​ຄ່ອງແຄ້ວ​ດັ່ງ​ໂຕກວາງ ທີ່​ເທິງ​ພູເຂົາ​ຊົງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.


ພຣະເຈົ້າ​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່ ກະສັດ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ທັງ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແກ່​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ຫົດສົງ​ໄວ້ ຄື​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງຕົນ ສືບໆໄປ​ຊົ່ວກາລະນານ​ພຸ້ນ.”


ນີ້​ເປັນ​ເທື່ອ​ທຳອິດ​ທີ່​ກະສັດ​ດາວິດ​ໄດ້​ໃຫ້​ອາສັບ ແລະ​ພີ່ນ້ອງ​ຊາວ​ເລວີ​ຂອງ​ລາວ ຮັບຜິດຊອບ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ.


ຈົ່ງ​ຮ້ອງເພງ​ສຳລັບ​ພຣະອົງ ຈົ່ງ​ຮ້ອງເພງ​ສັນລະເສີນ​ແດ່​ພຣະອົງ ຈົ່ງ​ບອກ​ສິ່ງ​ໜ້າງຶດງໍ້​ທີ່​ພຣະອົງ​ໄດ້​ກະທຳ.


ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ຄຳພາວັນນາ​ອະທິຖານ​ຂອງ​ດາວິດ​ລູກຊາຍ​ຂອງ​ເຢຊີ ກໍ​ໄດ້​ສິ້ນສຸດ​ລົງ​ເທົ່ານີ້.


ເຮົາ​ໄດ້​ເຮັດ​ໃຫ້​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເປັນ​ກະສັດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ແຕ່ງຕັ້ງ.


ກຳລັງ​ອຳນາດ​ຂອງເຮົາ​ຈະ​ຢູ່​ກັບ​ລາວ​ເລື້ອຍໆ​ໄປ ຣິດອຳນາດ​ຂອງເຮົາ​ຈະ​ໃຫ້​ລາວ​ເຂັ້ມແຂງ​ດ້ວຍ.


ພວກເຈົ້າ​ມັກ​ແຕ່ງ​ເພງ​ດັ່ງ​ດາວິດ​ໄດ້​ແຕ່ງ ແລະ​ມັກ​ດີດ​ກິດຕາ​ບັນເລງ​ເພງ​ນັ້ນ​ໄປ​ພ້ອມ.


ດ້ວຍວ່າ, ກະສັດ​ດາວິດ​ໄດ້​ຊົງ​ກ່າວ​ໄວ້ ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ກັບ​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງເຮົາ


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”


ຕໍ່ໄປນີ້ ແມ່ນ​ຄຳອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ ໄດ້​ກ່າວ​ໃຫ້​ປະຊາຊົນ​ອິດສະຣາເອນ​ກ່ອນ​ເພິ່ນ​ຈະ​ຕາຍ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ມີ​ຜູ້ໃດ​ໃນ​ພວກເຈົ້າ​ທົນທຸກ​ຫລື ຈົ່ງ​ໃຫ້​ຜູ້ນັ້ນ​ພາວັນນາ​ອະທິຖານ ມີ​ຜູ້ໃດ​ຊົມຊື່ນ​ຍິນດີ​ຫລື ໃຫ້​ຜູ້​ນັ້ນ​ຮ້ອງເພງ​ສັນລະເສີນ.


ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ​ຜູ້​ທີ່​ເປັນ​ຊາວ​ເອຟະຣາທາ ຈາກ​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ. ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ ເຢຊີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ.


ໃນ​ການ​ສະເຫລີມ​ສະຫລອງ​ຄັ້ງນີ້ ພວກຜູ້ຍິງ​ໄດ້​ຮ້ອງເພງ​ວ່າ, “ໂຊນ​ໄດ້​ຂ້າ​ສັດຕູ​ຫລາຍ​ພັນ​ຄົນ, ແຕ່​ດາວິດ​ນັ້ນ​ໄດ້​ຂ້າ​ສັດຕູ​ຫລາຍ​ໝື່ນ​ຄົນ.”


ສັດຕູ​ຂອງ​ພຣະເຈົ້າຢາເວ​ຈະ​ຖືກ​ດັບສູນ ຈາກ​ສະຫວັນ ພຣະອົງ​ຈະ​ແຜດ​ສຽງ​ຕໍ່ສູ້. ພຣະເຈົ້າຢາເວ​ຈະ​ຕັດສິນ​ທຸກຄົນ ທັງໝົດ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ; ພຣະອົງ​ຈະ​ປະທານ​ກຳລັງ​ແກ່​ກະສັດ​ຂອງ​ພຣະອົງ ແລະ​ໃຫ້​ໄຊຊະນະ​ແກ່​ກະສັດ ທີ່​ພຣະອົງ​ຊົງ​ເລືອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka