Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:8 - ພຣະຄຳພີສັກສິ

8 ແລ້ວ​ແຜ່ນດິນ​ໂລກ​ກໍ​ສະທ້ານ​ຫວັ່ນໄຫວ ຮາກຖານ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ທັງ​ສັ່ນ​ໄປມາ ເພາະ​ພຣະອົງ​ຊົງ​ໂກດຮ້າຍ​ໃຫຍ່

Uka jalj uñjjattʼäta Copia luraña




2 ຊາມູເອນ 22:8
13 Jak'a apnaqawi uñst'ayäwi  

ຄົນ​ຈະ​ໃຊ້​ຫອກ​ຫລື​ໃຊ້​ເຄື່ອງ​ມື​ເປັນ​ເຫຼັກ, ພວກເຂົາ​ຈະ​ຖືກ​ໄຟ​ເຜົາ​ໄໝ້​ຈົນ​ໝົດສິ້ນ.”


ເມື່ອ​ພຣະອົງ​ນາບຂູ່​ເສົາ​ຄໍ້າຟ້າ​ທັງຫລາຍ ເສົາ​ນັ້ນ​ກໍ​ຄອນແຄນ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.


ເມື່ອ​ພຣະອົງ​ໂກດຮ້າຍ​ທົ່ວ​ທັງໂລກ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ຮາກຖານ​ຂອງ​ຜືນ​ແຜ່ນດິນ ທັງ​ໜ່ວຍ​ພູ​ທັງຫລາຍ​ກໍ​ຄອນແຄນ​ໄປ​ໝົດ ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ


ແຜ່ນດິນ​ໂລກ​ໄດ້​ຫວັ່ນໄຫວ​ໄປ​ໝົດ ແລະ​ຟ້າ​ສະຫວັນ​ກໍ​ເທ​ຫ່າຝົນ​ລົງ​ມາ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ພູເຂົາ​ຊີນາຍ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.


ພຣະອົງ​ຍ່າງ​ເທິງ​ຄື້ນ​ນໍ້າ​ຂ້າມ​ທ້ອງ​ທະເລ​ໄປ ແຕ່​ບໍ່ມີ​ຮອຍ​ບາດ​ຍ່າງ​ຂອງ​ພຣະອົງ​ໃຫ້​ປາກົດ​ເປັນ​ທີ່​ເຫັນ​ໄດ້.


ຟ້າແມບ​ເຮັດ​ໃຫ້​ໂລກ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ແລເຫັນ​ຈຶ່ງ​ສັ່ນ​ສະທ້ານ​ຢ້ານກົວ.


ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ; ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.


ແລ້ວ​ຜ້າກັ້ງ​ໃນ​ພຣະວິຫານ ກໍໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ໂງ່ນຫີນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ


ໃນ​ທັນໃດນັ້ນ ກໍ​ເກີດ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ຮ້າຍແຮງ ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ ໄດ້​ລົງ​ມາ​ຈາກ​ສະຫວັນ ກື່ງ​ກ້ອນຫີນ​ອອກ ແລະ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຊົງ​ຈາກ​ພູ​ເສອີ ເມື່ອ​ພຣະອົງ​ຈາກ​ເຂດແດນ​ເອໂດມ​ມາ​ນັ້ນ ແຜ່ນດິນ​ໄຫວຫວັ່ນ ແລະ​ຟ້າ​ສະຫວັນ​ເທ​ຝົນ​ລົງ​ມາ ແມ່ນແລ້ວ ຝົນ​ລິນ​ລົງ​ມາ​ຈາກ​ກ້ອນເມກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka