7 ເມື່ອເດືອດຮ້ອນຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍຊູ ຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫລືອເອົາໄວ້. ສຽງຮ້ອງຂ້ານ້ອຍກໍໄດ້ຍິນໄປຮອດພຣະວິຫານ ພຣະອົງຟັງສຽງຮ້ອງຂໍຄວາມຊ່ວຍເຫລືອແລ້ວ.
ເມື່ອເດືອດຮ້ອນຈຶ່ງຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍ ແລະພຣະອົງກໍຊ່ວຍຊູພວກເຂົາໃຫ້ພົ້ນຈາກຄວາມທຸກໂສກ.
ແລ້ວຂ້ານ້ອຍກໍຮ້ອງອອກນາມຊື່ຂອງພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍ.”
ເມື່ອຂ້ານ້ອຍເດືອດຮ້ອນ ຂ້ານ້ອຍກໍໄຫວ້ວອນຫາພຣະເຈົ້າຢາເວໃຫ້ຊ່ວຍເຫຼືອ ແລະພຣະອົງກໍຊົງຕອບຂ້ານ້ອຍ.
ໃນຄວາມເດືອດຮ້ອນຢ່າງນີ້ແມ່ນພຣະເຈົ້າຢາເວທີ່ຂ້ານ້ອຍ ຮ້ອງຫາໃຫ້ຊ່ວຍເຫລືອ ພຣະອົງໄດ້ຟັງສຽງຂອງຂ້ານ້ອຍທີ່ພຣະວິຫານຂອງພຣະອົງ ແລະພຣະອົງໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫຼືອຂອງຂ້ານ້ອຍແລ້ວ.
ຂ້ານ້ອຍຂໍຈາກພຣະເຈົ້າຢາເວພຽງແຕ່ສິ່ງດຽວ ແມ່ນສິ່ງດຽວເທົ່ານັ້ນທີ່ຂ້ານ້ອຍຢາກໄດ້ ຄື: ໃຫ້ຂ້ານ້ອຍໄດ້ຢູ່ໃນວິຫານຂອງພຣະເຈົ້າຢາເວຕະຫລອດໄປ ເພື່ອຈະເບິ່ງຄວາມງາມຂອງພຣະເຈົ້າຢາເວ ແລະເພື່ອຈະພິຈາລະນາຮຽນຮູ້ໃນພຣະວິຫານຂອງພຣະອົງ.
ຜູ້ຂາດທີ່ເພິ່ງ ເມື່ອຮ້ອງຫາພຣະເຈົ້າຢາເວແລ້ວ ຄຳຕອບກໍມີມາ ພຣະອົງຊ່ວຍເອົາລາວຈາກຄວາມເດືອດຮ້ອນ.
ແລ້ວພຣະເຈົ້າຢາເວກໍກ່າວຕໍ່ໄປອີກວ່າ, “ເຮົາໄດ້ເຫັນປະຊາຊົນຂອງເຮົາ ຖືກກົດຂີ່ຢ່າງໃດແລ້ວຢູ່ໃນປະເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງຫາເຮົາ ໃຫ້ຊ່ວຍກູ້ພວກເຂົາຈາກບັນດານາຍຄຸມຂອງພວກເຂົາ. ເຮົາຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ.
ຂ້ານ້ອຍຄິດວ່າຖືກກຳຈັດຈາກພຣະອົງໄປ ແລະຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ.
ເມື່ອຊີວິດຂ້ານ້ອຍກຳລັງເລື່ອນລອຍຫາຍໄປ ຂ້ານ້ອຍກໍຄິດຫາພຣະເຈົ້າຢາເວ; ແລ້ວຂ້ານ້ອຍກໍໄດ້ພາວັນນາອະທິຖານຫາພຣະອົງ ໃນພຣະວິຫານອັນສັກສິດກໍຊົງໄດ້ຍິນຂ້ານ້ອຍ.
ແຕ່ພຣະເຈົ້າຢາເວສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກໆຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າພຣະອົງເທີ້ນ.
ເມື່ອຊົງເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍຊົງຕັ້ງໃຈພາວັນນາອະທິຖານຫລາຍ ເຫື່ອຂອງພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່.
ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ.
ເບິ່ງແມ! ຄ່າຈ້າງຂອງຄົນທີ່ໄດ້ກ່ຽວເຂົ້າໃນນາຂອງພວກເຈົ້າ ຊຶ່ງພວກເຈົ້າໄດ້ສໍ້ໂກງໄວ້ນັ້ນກໍຮ້ອງຟ້ອງຂຶ້ນ ແລະສຽງຮ້ອງທຸກຂອງຄົນທີ່ກ່ຽວເຂົ້ານັ້ນ ກໍໄດ້ຊົງຊາບແລ້ວ ເຖິງຫູຂອງອົງພຣະຜູ້ເປັນເຈົ້າ ອົງຊົງເປັນຈອມພົນ.