6 ອັນຕະລາຍເຖິງຕາຍໄດ້ອ້ອມຂ້ານ້ອຍຢູ່ ແລະຂຸມຝັງສົບກໍຫ້າງແຮ້ວໃສ່ຂ້ານ້ອຍ.
ແຕ່ຖ້າປະຊາຊົນຖືກລ່າມໂສ້ແລະຄຸມຂັງ ທົນທຸກສຳລັບສິ່ງທີ່ພວກເຂົາໄດ້ເຮັດນັ້ນ
ຂ້ານ້ອຍຖືກລ້ອມດ້ວຍອັນຕະລາຍເຖິງຕາຍ ຈຶ່ງຢູ່ໃຕ້ເງົາແຫ່ງແດນມໍຣະນານັ້ນ. ມັນຮັດບີບໄວ້ຈົນອຶດອັດໃນຈິດໃຈ ຈຶ່ງມີແຕ່ຢ້ານກົວແລະໂສກເສົ້າ.
ຄົນຈອງຫອງໄດ້ຫ້າງແຮ້ວໃຫ້ຂ້ານ້ອຍຖືກຈັບ ແລະວາງບ້ວງດັກຈັບຕາມທາງທີ່ໄປນັ້ນ.
ບ້ວງແຫ່ງແດນຄົນຕາຍກໍຜູກພັນຂ້ານ້ອຍຢູ່ ແຮ້ວທີ່ຈະດັບຊີວິດຂ້ານ້ອຍກໍຫ້າງໃສ່ຢູ່ສະເໝີ.
ຄຳບອກສອນຂອງນັກປາດເປັນນໍ້າພຸແຫ່ງຊີວິດ ມັນຈະຊ່ວຍໃຫ້ຫວິດມົ້ມຈາກບ້ວງແຮ້ວຂອງຄວາມຕາຍ.
ການຢຳເກງພຣະເຈົ້າຢາເວເປັນນໍ້າພຸແຫ່ງຊີວິດ ແລະຊ່ວຍໃຫ້ພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ.
ຄວາມຜິດນັ້ນ ຄຸມຂັງຜູ້ທີ່ເຮັດຜິດ ການບາບຂອງຄົນຊົ່ວກໍເປັນບ້ວງແຮ້ວ. ພວກເຂົາຖືກຈັບໃນຕາໜ່າງແຫ່ງບາບຂອງພວກເຂົາເອງ.
“ໃນຄວາມທຸກໃຈຢ່າງນີ້ ຂ້ານ້ອຍຈຶ່ງຮ້ອງຫາພຣະເຈົ້າຢາເວ ພຣະອົງໄດ້ໃຫ້ຄຳຕອບແກ່ຂ້ານ້ອຍແລ້ວ. ແຕ່ບ່ອນເລິກຂອງພິພົບຄົນຕາຍ ຂ້ານ້ອຍຮ້ອງຂໍ ໃຫ້ຊ່ວຍແລະພຣະອົງກໍໄດ້ຍິນສຽງຂອງຂ້ານ້ອຍແລ້ວ.
“ເມື່ອໃດ ເຈົ້າທັງຫລາຍເຫັນກອງທັບຕ່າງໆ ມາຕັ້ງອ້ອມນະຄອນເຢຣູຊາເລັມ ເມື່ອນັ້ນແຫຼະ ພວກເຈົ້າຈະຮູ້ວ່າ ເມືອງຈະຖືກທຳລາຍໃນໄວໆ.
ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ໂດຍປົດປ່ອຍພຣະອົງອອກຈາກຄວາມເຈັບປວດຂອງອຳນາດແຫ່ງຄວາມຕາຍ ເພາະຄວາມຕາຍບໍ່ສາມາດກັກຈ່ອງພຣະອົງໄວ້ໄດ້.