Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:51 - ພຣະຄຳພີສັກສິ

51 ພຣະເຈົ້າ​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່ ກະສັດ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ທັງ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແກ່​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ຫົດສົງ​ໄວ້ ຄື​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງຕົນ ສືບໆໄປ​ຊົ່ວກາລະນານ​ພຸ້ນ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 22:51
18 Jak'a apnaqawi uñst'ayäwi  

“ພຣະເຈົ້າຢາເວ​ເປັນ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ປ້ອມ​ປ້ອງກັນ​ຂ້ານ້ອຍ​ໃຫ້​ປອດໄພ.


ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:


ເຈົ້າ​ຈະ​ມີ​ເຊື້ອສາຍ​ຢູ່​ເລື້ອຍໆ ແລະ​ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະຫລອດໄປ. ເຊື້ອວົງ​ຂອງ​ເຈົ້າ​ຈະ​ດຳລົງ​ສືບໆໄປ​ໂດຍ​ບໍ່​ສິ້ນສຸດ​ຈັກເທື່ອ.”’


ພຣະອົງ​ໃຫ້​ໄຊຊະນະ​ແກ່​ກະສັດ​ທັງຫລາຍ ແລະ​ຊ່ວຍກູ້​ເອົາ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄວ້.


ພຣະອົງ​ໃຫ້​ໄຊຊະນະ​ໃຫຍ່​ແກ່​ກະສັດ​ຂອງ​ພຣະອົງ ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ພຣະອົງ​ຫົດສົງ​ໄວ້ ຄື​ໃຫ້​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງ​ເພິ່ນ ສືບໆໄປ​ຊົ່ວ​ນິຣັນດອນ.


ຂ້າແດ່​ພຣະເຈົ້າຢາເວ ກະສັດ​ດີໃຈ​ຍ້ອນ​ພຣະອົງ​ໃຫ້​ກຳລັງ ເພິ່ນ​ຊົມຊື່ນ​ຍິນດີ​ເພາະ​ໄດ້​ໄຊຊະນະ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.


ພຣະເຈົ້າ​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ໃຫ້​ມີ​ຄວາມ​ປອດໄພ ກັບ​ພຣະອົງ​ທີ່​ປ້ອມ​ປ້ອງກັນ​ໃນ​ນະຄອນ​ນັ້ນ.


ເຮົາ​ໄດ້​ເຮັດ​ໃຫ້​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເປັນ​ກະສັດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ແຕ່ງຕັ້ງ.


ເຮົາ​ຈະ​ຮັກ​ແລະ​ສັດຊື່​ຕໍ່​ລາວ ຈະ​ໃຫ້​ລາວ​ໄຊຊະນະ​ເໜືອ​ສັດຕູ​ຢູ່​ເລື້ອຍໆ.


ລາວ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ, ‘ພຣະອົງ​ເປັນ​ພຣະບິດາ ແລະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ເປັນ​ພຣະ​ສີລາ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ.’


ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ລາວ​ຈະ​ເປັນ​ກະສັດ​ປົກຄອງ​ເລື້ອຍໄປ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ຍືນຍົງ​ຢູ່​ທີ່​ຟ້າ​ສະຫວັນ.


ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ສືບຕໍ່​ແພ່ຜາຍ​ໄປຕະຫຼອດ ອານາຈັກ​ກໍ​ຈະ​ຜ່ອງໃສ​ດັ່ງ​ຕາເວັນ​ສ່ອງແຈ້ງ.


ຜູ້ນັ້ນ​ກໍ​ຕ້ອງ​ເວົ້າ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ປ້ອງກັນ​ແລະ​ຄຸ້ມຄອງ​ຂ້ານ້ອຍ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.”


ແຕ່​ພວກເຂົາ​ກັບ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຮັບໃຊ້​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເຮົາ​ຈະ​ມອບ​ອຳນາດ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ.”


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka