Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:5 - ພຣະຄຳພີສັກສິ

5 ຄື້ນ​ຄວາມຕາຍ​ກໍໄດ້​ປິດລ້ອມ​ຂ້ານ້ອຍ​ໄວ້ ຄື້ນ​ການທຳລາຍ​ກໍ​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:5
12 Jak'a apnaqawi uñst'ayäwi  

ບ້ວງ​ແຫ່ງ​ຄວາມຕາຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ຢູ່ ຄື້ນ​ແຫ່ງ​ການທຳລາຍ​ນັ້ນ​ກໍໄດ້​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.


ຂໍ​ພຣະເຈົ້າຢາເວ​ຊົງ​ໂຜດ​ສຳແດງ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໃນ​ເວລາ​ກາງເວັນ​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ໄດ້​ຮ້ອງເພງ​ເວລາ​ກາງຄືນ ຄື​ຄຳພາວັນນາ​ອະທິຖານ​ເຖິງ​ພຣະເຈົ້າ ທີ່​ຊົງ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ​ນັ້ນ.


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ພຣະອົງ​ໄດ້​ໂຍນ​ຂ້ານ້ອຍ​ລົງ​ໄປ​ໃນ​ບ່ອນເລິກ ສູ່​ພື້ນ​ທ້ອງ​ຂອງ​ທະເລ​ເລິກ​ນັ້ນເອງ ບ່ອນ​ທີ່​ກະແສ​ນໍ້າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ແລະ​ຄື້ນ​ແຮງ​ໜັກ​ກໍໄດ້​ມ້ວນ​ຂ້ານ້ອຍ​ໄວ້.


“ເມື່ອໃດ ເຈົ້າ​ທັງຫລາຍ​ເຫັນ​ກອງທັບ​ຕ່າງໆ ມາ​ຕັ້ງ​ອ້ອມ​ນະຄອນ​ເຢຣູຊາເລັມ ເມື່ອນັ້ນ​ແຫຼະ ພວກເຈົ້າ​ຈະ​ຮູ້​ວ່າ ເມືອງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka