Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:44 - ພຣະຄຳພີສັກສິ

44 ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ໂຜດ​ໃຫ້​ໄດ້​ປົກຄອງ​ບັນດາ​ປະຊາຊາດ. ຊົນຊາດ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ພວກເຂົາ ບັດນີ້​ກໍໄດ້​ກາຍມາເປັນ​ຜູ້ຮັບໃຊ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:44
26 Jak'a apnaqawi uñst'ayäwi  

ຄຳເວົ້າ​ຂອງ​ກະສັດ​ດາວິດ​ໄດ້​ຊະນະ​ຈິດໃຈ​ຊາວ​ຢູດາ​ທັງໝົດ; ສະນັ້ນ ພວກເຂົາ​ຈຶ່ງ​ມາ​ເຊີນ​ເອົາ​ເພິ່ນ​ກັບຄືນ​ເມືອ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ດ້ວຍ.


ພວກເຂົາ​ຖົກຖຽງ​ກັນ​ທົ່ວ​ໄປ​ໃນ​ປະເທດ​ວ່າ, “ກະສັດ​ດາວິດ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ, ແຕ່​ບັດນີ້ ເພິ່ນ​ໄດ້​ປະຖິ້ມ​ປະເທດ​ແລະ​ປົບໜີໄປ​ຈາກ​ອັບຊາໂລມ.


ແລ້ວ​ນາງ​ກໍ​ນຳ​ແຜນການ​ຂອງຕົນ​ໄປ​ບອກ​ຄົນ​ທັງຫລາຍ​ໃນ​ເມືອງ ແລະ​ພວກເຂົາ​ໄດ້​ຕັດ​ເອົາ​ຫົວ​ຂອງ​ເຊບາ​ໂຍນ​ຂ້າມ​ກຳແພງ​ໄປ​ໃຫ້​ໂຢອາບ. ແລ້ວ​ໂຢອາບ​ກໍໄດ້​ເປົ່າແກ​ເຕືອນ​ທະຫານ​ໃຫ້​ໜີໄປ​ຈາກ​ເມືອງ ແລະ​ກັບຄືນ​ສູ່​ບ້ານ​ເມືອງ​ຂອງຕົນ. ສ່ວນ​ໂຢອາບ​ນັ້ນ​ກໍ​ກັບຄືນ​ໄປ​ຫາ​ກະສັດ​ທີ່​ນະຄອນ​ເຢຣູຊາເລັມ.


ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.


ແລ້ວ​ເຜົ່າ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກ​ຂ້ານ້ອຍ​ເປັນ​ເຊື້ອສາຍ​ຂອງທ່ານ;


ພຣະອົງ​ຈະ​ພິພາກສາ​ລົງໂທດ​ຊົນຊາດ​ທັງຫລາຍ ແລະ​ເຮັດ​ໃຫ້​ຊາກສົບ​ຢາຍ​ຢູ່​ເຕັມ​ສະໜາມຮົບ. ພຣະອົງ​ຈະ​ທຳລາຍ​ພວກ​ກະສັດ​ໃຫ້​ໝຸ່ນ​ທະລາຍ​ໄປ ຕາຍ​ຢຽດຢາຍ​ກັນ​ຢູ່​ເຕັມ​ແຜ່ນດິນ​ໂລກ.


ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ແລະ​ໃຫ້​ເປັນ​ຜູ້ປົກຄອງ​ບັນດາ​ປະຊາຊາດ; ປະຊາຊົນ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ ບັດນີ້ ກໍ​ກາຍມາເປັນ​ຜູ້ຮັບໃຊ້​ຂ້ານ້ອຍ.


ຈົ່ງ​ຂໍ​ມາ​ເຖີດ ເຮົາ​ຈະ​ໃຫ້​ຊົນຊາດ​ທັງໝົດ; ແຜ່ນດິນ​ໂລກ​ທັງປວງ​ເປັນ​ກຳມະສິດ​ຂອງເຈົ້າ.


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ບັດນີ້ ເຈົ້າ​ຈະ​ເອີ້ນ​ຊົນຊາດ​ຕ່າງດ້າວ​ທັງຫລາຍ ຊຶ່ງ​ໃນ​ເວລາ​ໜຶ່ງ​ພວກເຂົາ​ບໍ່ເຄີຍ​ຮູ້ຈັກ​ເຈົ້າ ແຕ່​ບັດນີ້ ພວກເຂົາ​ຈະ​ແລ່ນ​ມາ​ຫາ​ເຈົ້າ ເພື່ອ​ຂໍ​ຮ່ວມເຂົ້າ​ກັບ​ເຈົ້າ​ໃດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເພາະ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ໃຫ້​ເຈົ້າ​ມີ​ສະຫງ່າຣາສີ​ແລະ​ກຽດຕິຍົດ.”


ແຕ່​ບັນດາ​ກະສັດ​ແຫ່ງ​ປະຊາຊາດ​ທີ່​ບໍ່​ຍອມ​ຮັບໃຊ້​ເຈົ້າ ກໍ​ຈະ​ພາກັນ​ຖືກ​ທຳລາຍ​ໃຫ້​ພິນາດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ພ້ອມແລ້ວ ທີ່​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງເຮົາ. ເຮົາ​ພ້ອມແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ພົບ​ເຮົາ, ແຕ່​ພວກເຂົາ​ບໍ່ໄດ້​ພະຍາຍາມ​ເລີຍ. ຊົນຊາດ​ນີ້​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ພ້ອມແລ້ວ​ທີ່​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ທີ່​ນີ້ ເຮົາ​ຈະ​ຊ່ວຍ​ພວກເຈົ້າ.’


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ ແລະ​ໃຫ້​ອຸດົມສົມບູນ​ຍິ່ງໆ​ຂຶ້ນ. ເຮົາ​ຈະ​ໃຫ້​ຄວາມຮັກ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຂາດ​ຮັກ” ແລະ​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ດ້ວຍ. ເຮົາ​ຈະ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ.” ພວກເຂົາ​ຈະ​ຕອບ​ວ່າ, “ພຣະອົງ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”


ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫຼົ່ານັ້ນ​ວ່າ ‘ເປັນ​ພົນລະເມືອງ​ຂອງເຮົາ.’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ ພົນລະເມືອງ​ຂອງເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ, ‘ພວກ​ທີ່ຮັກ​ຂອງເຮົາ’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ທີ່ຮັກ.”


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ເປັນ​ຜູ້ນຳ​ທ່າມກາງ​ຫລາຍ​ຊົນຊາດ, ແຕ່​ບໍ່​ແມ່ນ​ຜູ້​ຕິດຕາມ; ພວກເຈົ້າ​ຈະ​ຈະເລີນ​ຮຸ່ງເຮືອງ​ສະເໝີ ແລະ​ຈະ​ບໍ່​ຫຼົ້ມຈົມ​ຈັກເທື່ອ ຖ້າ​ພວກເຈົ້າ​ເຊື່ອຟັງ​ຢ່າງ​ຕັ້ງໜ້າ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka