41 ພຣະອົງເຮັດໃຫ້ເຫຼົ່າສັດຕູແລ່ນໜີໄປ ຂ້ານ້ອຍໄດ້ທຳລາຍຜູ້ທີ່ກຽດຊັງຂ້ານ້ອຍ.
ຢູດາເອີຍ ພວກພີ່ນ້ອງຈະຮ້ອງຄຳສັນລະເສີນ ເພາະເຈົ້າເຄີຍຈັບຄໍສັດຕູຍໍຂື້ນແລະລົງໄດ້. ອ້າຍນ້ອງນົບນ້ອມໄຫວ້ເປັນໃຈນຳທຸກທ່າ; ພາກັນມາຊ້ອງໜ້າຢູດາທ້າວແທ້ໃດ
ເຮົາຈະເຮັດໃຫ້ຄົນຕໍ່ສູ້ພວກເຈົ້າຢ້ານກົວເຮົາ. ເຮົາຈະນຳຄວາມສັບສົນວຸ້ນວາຍມາໃນທ່າມກາງຄົນຕໍ່ສູ້ພວກເຈົ້າ ແລະຈະເຮັດໃຫ້ສັດຕູຂອງພວກເຈົ້າທຸກໆຄົນແລ່ນພ່າຍໜີໄປ.
ແຕ່ປະຊາຊົນໃນບ້ານເມືອງຂອງເພິ່ນຊັງເພິ່ນ ຈຶ່ງໃຊ້ຄະນະຜູ້ຕາງໜ້າໄປຫາເພິ່ນ ເພື່ອບອກວ່າ, ‘ພວກເຮົາບໍ່ຕ້ອງການຊາຍຄົນນີ້ ໃຫ້ເປັນຜູ້ປົກຄອງຂອງພວກເຮົາ.’
ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’
ແລະຖືກຄຸມຕົວໄປຫາໂຢຊວຍ. ແລ້ວໂຢຊວຍກໍເອີ້ນທະຫານທັງໝົດອອກມາຫາຕົນ ແລະສັ່ງໃຫ້ນາຍທະຫານທີ່ອອກໄປກັບເພິ່ນນັ້ນວ່າ, “ຈົ່ງໄປຢຽບຄໍກະສັດຫ້າຄົນນີ້ສາ.” ພວກນາຍທະຫານຂອງເພິ່ນກໍປະຕິບັດຕາມ.