Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:4 - ພຣະຄຳພີສັກສິ

4 ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຊົງ​ມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ ຂໍ​ສັນລະເສີນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:4
20 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ເລີ່ມຕົ້ນ​ຮ້ອງເພງ​ແລະ​ສັນລະເສີນ​ແລ້ວ ພຣະເຈົ້າຢາເວ​ກໍໄດ້​ບັນດານ​ໃຫ້​ຂ້າເສິກ​ທີ່​ມາ​ຮຸກຮານ​ນັ້ນ​ແຕກຕື່ນ​ຕົກໃຈ.


ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ຜູ້ໃດ​ສາມາດ​ບອກ​ໄດ້​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ? ຫລື ຜູ້ໃດ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ເຖິງຈິດ​ເຖິງໃຈ​ໄດ້?


ຂ້ານ້ອຍ​ຈະ​ຖວາຍ​ເຫຼົ້າ​ອະງຸ່ນ​ຢ່າງດີ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຂອບພຣະຄຸນ​ພຣະອົງ​ທີ່​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ.


ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ດ້ວຍ.


ພຣະອົງ​ຟັງ​ຂ້ານ້ອຍ​ທຸກໆເທື່ອ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ.


ແລ້ວ​ຂ້ານ້ອຍ​ກໍ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ.”


ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ ຜູ້​ສົມຄວນ​ແກ່​ການ​ສັນລະເສີນ ແລະ​ພຣະອົງ​ກໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ຈາກ​ສັດຕູ​ໝູ່ມານ.


ຜູ້​ຂາດ​ທີ່ເພິ່ງ ເມື່ອ​ຮ້ອງຫາ​ພຣະເຈົ້າຢາເວ​ແລ້ວ ຄຳຕອບ​ກໍ​ມີ​ມາ ພຣະອົງ​ຊ່ວຍ​ເອົາ​ລາວ​ຈາກ​ຄວາມ​ເດືອດຮ້ອນ.


ພຣະເຈົ້າຢາເວ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສຸດ ໃນ​ນະຄອນ​ທີ່​ເທິງ​ເນີນພູ​ສັກສິດ​ນັ້ນ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ແຕ່​ຂ້ອຍ​ເອີ້ນ​ຫາ​ພຣະເຈົ້າ, ແລະ​ພຣະເຈົ້າຢາເວ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ.


ມື້​ທີ່​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ນັ້ນ ສັດຕູ​ຈະ​ຖອຍ​ໜີໄປ ແລະ​ຮູ້​ໄດ້​ເພາະ​ພຣະເຈົ້າ ຢູ່​ຝ່າຍ​ຂ້ານ້ອຍ​ແລ້ວ.


ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະນາມ ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ຈົ່ງ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຢ່າງ​ຊົມຊື່ນ​ຍິນດີ​ເຖີດ


ພຣະເຈົ້າຢາເວ​ຍິ່ງໃຫຍ່​ແລະ​ເປັນ​ທີ່​ຍົກຍໍ​ຢ່າງສູງ ເປັນ​ຜູ້​ສົມຄວນ​ຮັບ​ກຽດ​ສັກສີ​ເໜືອ​ບັນດາ​ພະອື່ນໆ.


ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ໄດ້​ພົ້ນ.”


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”


ແລະ​ຮ້ອງ​ສຽງດັງ​ວ່າ, “ພຣະ​ເມສານ້ອຍ​ທີ່​ຖືກ​ຂ້າ​ແລ້ວ​ນັ້ນ ເປັນ​ຜູ້​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງ​ອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳ​ສັນລະເສີນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka