Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:3 - ພຣະຄຳພີສັກສິ

3 ພຣະເຈົ້າ​ຂອງ​ຂ້ານ້ອຍ​ຄຸ້ມຄອງ​ຮັກສາ ຈຶ່ງ​ພົບ​ຄວາມ​ປອດໄພ​ຢູ່​ໃນ​ພຣະອົງ​ໄດ້. ພຣະອົງ​ເປັນ​ດັ່ງ​ໂລ້​ປົກປ້ອງ​ຂ້ານ້ອຍ ທັງ​ປ້ອງກັນ​ໃຫ້​ປອດໄພ​ມາ​ຕະຫລອດ. ພຣະອົງ​ຄື​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຊົງ​ປ້ອງກັນ​ຈາກ​ການ​ຮຸນແຮງ​ໄດ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:3
52 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ພຣະເຈົ້າ​ກະທຳ​ລ້ວນແຕ່​ຖືກຕ້ອງ​ທີ່ສຸດ ຄຳສັນຍາ​ຂອງ​ພຣະເຈົ້າຢາເວ​ກໍ​ເປັນ​ທີ່​ວາງໃຈ​ໄດ້ ພຣະອົງ​ເປັນ​ຄື​ໂລ້​ທີ່​ໃຊ້​ໄວ້​ຕ້ານທານ ສຳລັບ​ທຸກຄົນ​ທີ່​ຂໍ​ການ​ຄຸ້ມຄອງ​ຈາກ​ພຣະອົງ.


ພຣະເຈົ້າຢາເວ​ຊົງ​ພຣະຊົນ​ຢູ່ ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ ພຣະເຈົ້າ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ


ພຣະເຈົ້າ​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່ ກະສັດ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ທັງ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແກ່​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ຫົດສົງ​ໄວ້ ຄື​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງຕົນ ສືບໆໄປ​ຊົ່ວກາລະນານ​ພຸ້ນ.”


ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


ຄົນຊົ່ວ​ຂັດຂວາງ​ແຜນການ​ຂອງ​ຄົນ​ຖ່ອມຕົວ ແຕ່​ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຄົນ​ຖ່ອມຕົວ​ໄວ້.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນ​ເຮັດ​ຊົ່ວ​ແດ່ ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ຈາກ​ຄົນ​ໂຫດຮ້າຍ​ແດ່ທ້ອນ.


ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວ,


ເມື່ອ​ຂ້ານ້ອຍ​ຫລຽວເບິ່ງ​ທາງຂ້າງ ກໍ​ບໍ່​ເຫັນ​ມີ​ຜູ້ໃດ​ຢູ່​ທີ່ນັ້ນ​ເລີຍ ເພື່ອ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້.


ພຣະອົງ​ເປັນ​ຜູ້​ປົກປ້ອງ ແລະ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເປັນ​ທີ່​ກຳບັງ​ດ້ວຍ. ຂ້ານ້ອຍ​ປອດໄພ​ໄດ້​ໂດຍ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ເປັນ​ຫີນດານ​ຂອງ​ຂ້ານ້ອຍ ເປັນ​ປ້ອມ​ອັນ​ແໜ້ນໜາ​ຂອງ​ຂ້ານ້ອຍ​ດ້ວຍ. ພຣະເຈົ້າ​ເປັນ​ຫີນ​ສີລາ​ທັງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ດັ່ງ​ໂລ້​ຕ້ານທານ​ນັ້ນ​ພຣະອົງ​ປົກປ້ອງ​ຂ້ານ້ອຍ ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.


ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ໂລ້​ຕ້ານທານ​ຂອງ​ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ. ພຣະອົງ​ຊ່ວຍເຫລືອ​ຂ້ານ້ອຍ​ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຊົມຊື່ນ​ຍິນດີ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ອັນ​ອອນຊອນ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.


ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ຢ້ານ​ແມ່ນ​ວ່າ​ໂລກນີ້​ສະທ້ານ​ຫວັ່ນໄຫວ ໜ່ວຍ​ພູ​ຖະຫລົ່ມ​ໃສ່​ມະຫາສະໝຸດ​ອັນ​ເລິກ​ກໍຕາມ


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ອວຍພອນ​ຜູ້​ທີ່​ຊອບທຳ ຄວາມ​ເມດຕາ​ກະລຸນາ​ຂອງ​ພຣະອົງ​ເປັນ​ດັ່ງ​ໂລ້​ປ້ອງກັນ​ພວກເຂົາ​ໄວ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຄຳເວົ້າ​ຂອງ​ເຫຼົ່າ​ສັດຕູ ເກີດ​ສັບສົນ​ວຸ້ນວາຍ​ແລະ​ບໍ່​ເຂົ້າໃຈກັນ. ເພາະ​ຂ້ານ້ອຍ​ເຫັນ​ແຕ່​ການ​ຮຸນແຮງ ແລະ​ການ​ຈາລະຈົນ​ເກີດຂຶ້ນ​ຢູ່​ໃນ​ເມືອງ


ຂ້ານ້ອຍ​ຈະ​ຂັບ​ຮ້ອງ​ເຖິງ​ຣິດທານຸພາບ ແຕ່​ວ່າ​ທຸກໆເຊົ້າ​ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ທີ່​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ເປັນ​ທີ່ເພິ່ງ​ແລະ​ທີ່ຊົ້ນ​ໃນ​ເວລາ​ເດືອດຮ້ອນ​ຂອງ​ຂ້ານ້ອຍ.


ໂຜດ​ນຳ​ຂ້ານ້ອຍ​ໄປ​ສູ່​ບ່ອນ​ທີ່​ປອດໄພ ເປັນ​ບ່ອນ​ທີ່​ຂ້ານ້ອຍ​ລີ້ໄພ​ຢູ່​ໄດ້ ເພາະ​ພຣະອົງ​ຄື​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ ເປັນ​ບ່ອນ​ທີ່​ແໜ້ນໜາ​ຕໍ່ສູ້​ສັດຕູ​ຂອງ​ຂ້ານ້ອຍ​ໄດ້.


ຊີວິດ​ຂ້ານ້ອຍ​ໄດ້​ເປັນ​ຕົວຢ່າງ​ໃຫ້​ຫລາຍ​ຄົນ ເພາະ​ພຣະອົງ​ເປັນ​ທີ່​ປ້ອງກັນ​ອັນ​ເຂັ້ມແຂງ​ໃຫ້​ແກ່​ຂ້ານ້ອຍ.


ເພິ່ນ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ການ​ກົດຂີ່​ແລະ​ການ​ທຳລາຍ ຊີວິດ​ພວກເຂົາ​ມີຄ່າ​ແພງ​ປະເສີດ​ຫລາຍ​ສຳລັບ​ເພິ່ນ.


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ຂ້າແດ່​ພຣະເຈົ້າ ຜູ້​ຊົງ​ເປັນ​ໂລ້​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ແນມ​ແລະ​ຫລຽວ​ເບິ່ງ​ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ເອົາ​ນັ້ນ.


ຂ້າແດ່​ພຣະເຈົ້າ ຄົນ​ຈອງຫອງ​ກຳລັງ​ເຂົ້າ​ມາ​ຕໍ່ສູ້​ຂ້ານ້ອຍ ຂ້ານ້ອຍ​ມີ​ເລື່ອງ​ກັບ​ໝູ່ຄົນ​ທີ່​ໂຫດຮ້າຍ ຄື​ຜູ້​ທີ່​ປອງ​ທຳຮ້າຍ​ເພື່ອ​ຈະ​ສັງຫານ​ຂ້ານ້ອຍ​ເສຍ ເປັນ​ຜູ້​ທີ່​ບໍ່​ເອົາໃຈໃສ່​ຕໍ່​ພຣະອົງ​ເລີຍ.


ຜູ້​ທີ່​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ​ກໍ​ວາງໃຈ​ໃນ​ພຣະອົງ ຜູ້​ທີ່​ມາ​ຫາ​ພຣະເຈົ້າຢາເວ​ຈະ​ບໍ່​ຖືກ​ປະຖິ້ມ​ຈັກເທື່ອ.


ພຣະເຈົ້າຢາເວ​ເປັນ​ທີ່​ເພິ່ງ​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ເປັນ​ບ່ອນ​ປອດໄພ​ໃນ​ຄາວ​ເດືອດຮ້ອນ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ເປັນ​ທີ່​ໄວ້ໃຈ​ໄດ້​ສະເໝີ ພຣະອົງ​ເປັນ​ຄື​ໂລ້​ຕ້ານທານ​ສຳລັບ​ຜູ້​ທີ່​ຊອກຫາ​ໃຫ້​ພຣະອົງ​ປົກປ້ອງ.


ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.


ແຕ່ລະຄົນ​ໃນ​ພວກເຂົາ​ນັ້ນ ຈະ​ເປັນ​ດັ່ງ​ບ່ອນ​ຊົ້ນ​ຈາກ​ລົມ ແລະ​ບ່ອນ​ຫລົບລີ້​ຈາກ​ພະຍຸ. ພວກເຂົາ​ຈະ​ເປັນ​ດັ່ງ​ສາຍ​ນໍ້າ​ທີ່​ຫລັ່ງໄຫລ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ດັ່ງ​ຮົ່ມເງົາ​ໂງ່ນຫີນ​ໃຫຍ່​ໃນ​ດິນແດນ​ທີ່​ແຫ້ງແລ້ງ.


ຈົ່ງ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ທີ່​ສານ​ເບິ່ງດູ ຈົ່ງ​ໃຫ້​ຈຳເລີຍ​ປຶກສາ​ຊຶ່ງກັນແລະກັນ​ເບິ່ງ. ຜູ້ໃດ​ໄດ້​ກ່າວ​ລ່ວງໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນໍ? ບໍ່ແມ່ນ​ເຮົາ​ບໍ ອົງ​ທີ່​ເປັນ​ພຣະເຈົ້າຢາເວ? ຄື​ພຣະເຈົ້າ​ອົງ​ທີ່​ຊອບທຳ​ແລະ​ພຣະຜູ້ຊ່ວຍ; ນອກຈາກ​ເຮົາ​ບໍ່ມີ​ພຣະເຈົ້າ​ອື່ນໃດ​ອີກ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ຈົ່ງ​ຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ: ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ​ເຮຮາ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ສຸດສິ້ນ​ລົງ. ປະຊາຊົນ​ໃນ​ທີ່ນີ້​ຈະ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ເຫດການ​ນີ້​ເກີດຂຶ້ນ.”


ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ ໄດ້​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົ້ນ


ແລະ ໄດ້​ໃຫ້​ຜູ້​ຊົງ​ຣິດ​ຜູ້ໜຶ່ງ​ເກີດຂຶ້ນ ໃນ​ເຊື້ອວົງ​ຂອງ​ດາວິດ​ຜູ້ຮັບໃຊ້​ ຂອງ​ພຣະອົງ ເພື່ອ​ເປັນ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ,


ຄື​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງຫລາຍ​ ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຄົນ​ທັງປວງ​ ທີ່​ກຽດຊັງ​ເຮົາ


ແລ້ວ​ພຮະອົງ​ກໍ​ຈະ​ຖາມ​ໄພ່ພົນ​ຂອງ​ພຣະອົງ ວ່າ, ‘ພະ​ຍິ່ງໃຫຍ່​ທີ່​ເຈົ້າ​ໄວ້​ໃຈ​ດຽວ​ນີ້​ຢູ່​ໃສ​ແລ້ວ


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ແຕ່​ເມື່ອ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຄວາມຮັກ​ຂອງ​ພຣະອົງ​ເພື່ອ​ມະນຸດ​ທັງຫລາຍ ໄດ້​ສ່ອງ​ມາ​ປາກົດ​ແລ້ວ,


ພຣະເຈົ້າ​ໄດ້​ຖອກ​ເທ​ພຣະວິນຍານ​ບໍຣິສຸດເຈົ້າ​ໃສ່​ພວກເຮົາ​ຢ່າງ​ລົ້ນເຫລືອ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ເປັນ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ,


ພຣະອົງ​ຍັງ​ຊົງ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ມອບ​ຄວາມ​ໄວ້ວາງໃຈ​ໃນ​ພຣະເຈົ້າ” ແລະ​ພຣະອົງ​ຍັງ​ກ່າວ​ອີກ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້​ພ້ອມ​ກັບ​ບຸດ​ທັງຫລາຍ ທີ່​ພຣະເຈົ້າ​ຊົງ​ມອບ​ໃຫ້​ຂ້ານ້ອຍ.”


ນາງ​ຮັນນາ​ພາວັນນາ​ອະທິຖານ​ວ່າ, “ພຣະເຈົ້າຢາເວ​ເຮັດ​ໃຫ້​ຈິດໃຈ​ຂ້ານ້ອຍ ເຕັມລົ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ໃຫຍ່; ຂ້ານ້ອຍ​ດີໃຈ​ຫລາຍ ຍ້ອນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຫົວ​ເຍາະເຍີ້ຍ​ໃສ່​ເຫຼົ່າ​ສັດຕູ ເພາະ​ພຣະອົງ​ຊ່ວຍຊູ ຈຶ່ງ​ຊື່ນຊົມ​ຍິນດີ​ລົ້ນ.


ບໍ່ມີ​ຜູ້ໃດ​ບໍຣິສຸດ​ດັ່ງ​ພຣະເຈົ້າຢາເວ ບໍ່ມີ​ພະ​ຄຸ້ມຄອງ​ອົງ​ໃດ​ເປັນ​ດັ່ງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka