Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:21 - ພຣະຄຳພີສັກສິ

21 ເພາະ​ເຮັດ​ຖືກຕ້ອງ​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ບຳເໜັດ ເພາະ​ບໍ່ມີ​ຄວາມຜິດ​ພຣະອົງ​ຈຶ່ງ​ອວຍພອນ​ໃຫ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:21
13 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ບຳເໜັດ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ ເພາະ​ຊົງ​ຮູ້​ດີ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ໃດໆ​ທັງ​ນັ້ນ.


ໂຊໂລໂມນ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ເລື້ອຍ​ມາ. ພໍ່​ຂອງ​ຂ້ານ້ອຍ​ເປັນ​ຄົນດີ, ຈົງຮັກ​ພັກດີ ແລະ​ສັດຊື່​ຕໍ່​ຄວາມ​ສຳພັນ​ທີ່​ມີ​ກັບ​ພຣະອົງ. ພຣະອົງ​ສືບຕໍ່​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ແລະ​ໝັ້ນຄົງ​ຕໍ່​ເພິ່ນ ໂດຍ​ໃຫ້​ເພິ່ນ​ມີ​ລູກຊາຍ​ເປັນ​ຜູ້ປົກຄອງ​ສືບແທນ​ເພິ່ນ​ໃນວັນນີ້.


ເມື່ອນັ້ນ​ທີ່​ສະຫວັນ ຂໍໂຜດ​ຟັງ​ແລະ​ຕັດສິນ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເຖີດ. ຈົ່ງ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ​ຕາມ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ ແລະ​ປົດປ່ອຍ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ໄປ​ດ້ວຍ​ເທີ້ນ.


ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.


ເຮັດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ມີ​ຄວາມ​ຮອບຮູ້​ດີ ຂ້ານ້ອຍ​ໄດ້​ບຳເໜັດ​ເພາະ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານີ້.


ຄື​ພວກ​ທີ່​ມື​ສະອາດ​ແລະ​ໃຈ​ບໍຣິສຸດ ຄື​ຜູ້​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບເຄົາຣົບ ຫລື​ບໍ່​ໃຫ້​ຄຳສັນຍາ​ຢ່າງ​ຫລອກລວງ.


ໂອ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ຜູ້ຕັດສິນ​ມະນຸດສະໂລກ​ທຸກຄົນ. ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕັດສິນ​ເຂົ້າຂ້າງ​ຂ້ານ້ອຍ​ດ້ວຍ ເພາະ​ຮູ້​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ.


ຄົນ​ຊອບທຳ​ໄດ້​ຮັບ​ບຳເໜັດ​ໃນ​ແຜ່ນດິນ​ໂລກ​ນີ້​ສັນໃດ ຄົນ​ອະທຳ​ກັບ​ຄົນບາບ​ຈະ​ຕ້ອງ​ຖືກ​ລົງໂທດ​ຢ່າງ​ແນ່ແທ້​ສັນນັ້ນ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka