Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:2 - ພຣະຄຳພີສັກສິ

2 “ພຣະເຈົ້າຢາເວ​ເປັນ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ປ້ອມ​ປ້ອງກັນ​ຂ້ານ້ອຍ​ໃຫ້​ປອດໄພ.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:2
15 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ຜູ້​ປ້ອງກັນ​ພວກເຮົາ.


ພຣະເຈົ້າ​ອົງ​ນີ້​ເປັນ​ທີ່​ເພິ່ງ​ອັນ​ເຂັ້ມແຂງ ຊົງ​ຈັດ​ຕຽມ ທາງ​ອັນ​ປອດໄພ​ໃຫ້​ຂ້ານ້ອຍ​ໄດ້.


ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


ພຣະອົງ​ເປັນ​ຜູ້​ປົກປ້ອງ ແລະ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເປັນ​ທີ່​ກຳບັງ​ດ້ວຍ. ຂ້ານ້ອຍ​ປອດໄພ​ໄດ້​ໂດຍ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ.


ພຣະອົງ​ເປັນ​ທີ່​ເພິ່ງ​ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ ໂຜດ​ບອກ​ທາງ​ແລະ​ນຳພາ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ.


ຂ້ານ້ອຍ​ທູນ​ຖາມ​ພຣະເຈົ້າ​ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ວ່າ, “ເປັນຫຍັງ​ໜໍ​ຈຶ່ງ​ໄດ້​ລືມໄລ​ຂ້ານ້ອຍ? ເປັນຫຍັງ​ໜໍ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ທໍລະມານ ຈາກ​ຄວາມ​ໂຫດຫ້ຽມ​ຂອງ​ເຫຼົ່າ​ສັດຕູ​ນັ້ນ?”


ໂຜດ​ເປັນ​ບ່ອນ​ລີ້​ອັນ​ປອດໄພ​ສຳລັບ​ຂ້ານ້ອຍ ແລະ​ໂຜດ​ເປັນ​ປ້ອມ ອັນ​ໝັ້ນຄົງ ເພື່ອ​ຄຸ້ມຄອງ​ຂ້ານ້ອຍ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ.


ຜູ້ນັ້ນ​ກໍ​ຕ້ອງ​ເວົ້າ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ປ້ອງກັນ​ແລະ​ຄຸ້ມຄອງ​ຂ້ານ້ອຍ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.”


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ ເຈົ້າ​ຄື​ເປໂຕ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງເຮົາ​ຂຶ້ນ ແລະ​ປະຕູ​ແຫ່ງ​ແດນ​ມໍຣະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່ໄດ້.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ບໍ່ມີ​ຜູ້ໃດ​ບໍຣິສຸດ​ດັ່ງ​ພຣະເຈົ້າຢາເວ ບໍ່ມີ​ພະ​ຄຸ້ມຄອງ​ອົງ​ໃດ​ເປັນ​ດັ່ງ​ພຣະເຈົ້າ.


ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ຊອກ​ຫາ​ດາວິດ ແຕ່​ເພິ່ນ​ຮູ້​ເລື່ອງ​ນີ້​ກ່ອນ ຈຶ່ງ​ໄດ້​ປົບ​ໜີໄປ​ທີ່​ເນີນພູ​ຫີນ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ກະສັດ​ໂຊນ​ຮູ້​ຂ່າວ​ນີ້ ເພິ່ນ​ກໍ​ອອກ​ຕາມລ່າ​ດາວິດ.


ກະສັດ​ໂຊນ​ຈຶ່ງ​ເອົາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ໃນ​ຊາດ​ອິດສະຣາເອນ​ສາມພັນ​ຄົນ ອອກ​ໄປ​ຊອກ​ຫາ​ດາວິດ​ກັບ​ຄົນທັງຫລາຍ​ຂອງ​ເພິ່ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ໂງ່ນຫີນ​ແບ້​ປ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka