Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 22:16 - ພຣະຄຳພີສັກສິ

16 ພື້ນ​ມະຫາສະໝຸດ​ກໍ​ເປີດແປນ ຮາກຖານ​ແຜ່ນດິນ​ກໍ​ບໍ່ມີ​ຫຍັງ​ຫຸ້ມ​ໄວ້ ເມື່ອ​ພຣະເຈົ້າຢາເວ​ນາບຂູ່​ເຫຼົ່າ​ສັດຕູ ແລະ​ຮ້ອງ​ຂູ່​ໃສ່​ພວກເຂົາ​ຢ່າງ​ໂກດຮ້າຍ.

Uka jalj uñjjattʼäta Copia luraña




2 ຊາມູເອນ 22:16
12 Jak'a apnaqawi uñst'ayäwi  

ຄວັນໄຟ​ຟົ້ງ​ອອກ​ຈາກ​ຮູ​ດັງ​ຂອງ​ພຣະອົງ ໄຟ​ກັບ​ຖ່ານໄຟ​ແດງ​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.


ເຮົາ​ບອກ​ວ່າ, ‘ຢຸດ​ຢູ່​ນີ້ ແລະ​ຢ່າ​ໄປ​ໄກ​ອີກ​ເລີຍ ຟອງ​ຂອງ​ເຈົ້າ​ທີ່​ຄຶກຄະນອງ​ໃຫ້​ຢຸດ​ຢູ່​ພຽງ​ນີ້.’


ພຣະອົງ​ສັ່ງ​ທະເລແດງ​ໃຫ້​ແຫ້ງລົງ​ໝົດ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ໄປ​ຕາມ​ເທິງ​ດິນແຫ້ງ.


ຂ້າແດ່​ພຣະເຈົ້າ ເຫດໃດ​ຈຶ່ງ​ປະຖິ້ມ​ຢ່າງ​ນີ້? ຈະ​ຄຽດ​ຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ສືບໄປ​ຫລືນີ້?


ພູເຂົາ​ທັງຫລາຍ​ເອີຍ ເຈົ້າ​ຊຶ່ງ​ເປັນ​ຮາກຖານ​ອັນ​ຕະຫລອດໄປ​ຂອງ​ແຜ່ນດິນ​ໂລກ​ນີ້ ຈົ່ງ​ຟັງ​ຄະດີ​ຂອງ​ພຣະເຈົ້າຢາເວ​ເຖີດ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກຳລັງ​ກ່າວໂທດ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.


ພຣະອົງ​ສັ່ງ​ທະເລ​ກວ້າງ ແລະ​ກໍ​ເຫືອດແຫ້ງ​ລົງ ທັງ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ບົກແຫ້ງ​ໝົດສິ້ນ. ທົ່ງ​ບາຊານ​ກໍ​ແຫ້ງແລ້ງ ພູ​ກາເມນ​ກໍ​ເຫລືອງຫລ່າ ມວນ​ມາລາ​ໃນ​ເລບານອນ​ກໍ​ຫ່ຽວແຫ້ງ​ຕາຍໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka