11 ໂດຍຂີ່ຫລັງເຄຣຸບ ຊົງເຫາະລົງມາ ແລະທຽວໄປມາຕາມປີກລົມພວມພັດ.
ເມື່ອພຣະເຈົ້າຂັບໄລ່ມະນຸດອອກຈາກສວນແລ້ວ ພຣະອົງກໍເອົາເທວະດາເຄຣຸບ ມາເຝົ້າສວນຢູ່ທາງທິດຕາເວັນອອກ; ແລະມີດາບທີ່ລຸກເປັນແສງໄຟແກວ່ງໄປມາທົ່ວທຸກທິດ ເພື່ອປ້ອງກັນບໍ່ໃຫ້ເຂົ້າໄປໃກ້ຕົ້ນໄມ້ແຫ່ງຊີວິດນັ້ນ.
ແລະພາພວກເຂົາໄປທີ່ເມືອງບາອາລາ ໃນຢູດາຍ ເພື່ອນຳເອົາຫີບຂອງພຣະເຈົ້າຕາມນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ອົງຊົງນັ່ງເທິງບັນລັງເຄຣຸບ.
ສ້າງບ່ອນຢູ່ຂອງພຣະອົງເທິງນໍ້າທັງຫລາຍ ພຣະອົງໃຊ້ກ້ອນເມກເປັນມ້າແລະຢູ່ເທິງປີກລົມຂີ່ເຫາະໄປ.
ຖ້າບິນໄປຮອດທິດຕາເວັນອອກ ຫລືໄປຕັ້ງຖິ່ນຖານທີ່ທາງທິດຕາເວັນຕົກພຸ້ນ.
ພຣະອົງນັ່ງເທິງເຄຣຸບ ແລະສະເດັດລົງມາ ແລະທ່ອງທ່ຽວໄປມາຕາມປີກລົມພັດ.
ດ້ວຍລົດຮົບຢ່າງດີພັນໆຄັນຂອງພຣະອົງນັ້ນ ອົງພຣະຜູ້ເປັນເຈົ້າສະເດັດມາຈາກພູເຂົາຊີນາຍ ສູ່ສະຖານທີ່ສັກສິດ.
ໂອ ພຣະຜູ້ລ້ຽງຂອງອິດສະຣາເອນເອີຍ ຂໍຊົງໂຜດຮັບຟັງພວກຂ້ານ້ອຍດ້ວຍເຖີດ ຜູ້ລ້ຽງຝູງແກະຂອງພຣະອົງເອີຍ ໂຜດຟັງ ຄືຜູ້ນັ່ງເທິງບັນລັງເໜືອບັນດາເຄຣຸບ
ພຣະເຈົ້າຢາເວເປັນເຈົ້າກະສັດ ແລະມະນຸດກໍສະທ້ານຢ້ານກົວ. ພຣະອົງນັ່ງເທິງບັນລັງເໜືອເຄຣຸບ ແລະແຜ່ນດິນກໍສະທ້ານຫວັ່ນໄຫວ.
ແລ້ວສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍໄດ້ພຸ່ງຂຶ້ນຈາກເຄຣຸບ ໃນບ່ອນທີ່ເຄີຍຕັ້ງຢູ່ນັ້ນ ແລະເຄື່ອນຍ້າຍໄປທາງປະຕູເຂົ້າຂອງພຣະວິຫານ. ພຣະເຈົ້າຢາເວເອີ້ນໃສ່ຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນວ່າ,
ຝູງເທວະດາທັງປວງນັ້ນ ແມ່ນວິນຍານຮັບໃຊ້ ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ່ແມ່ນບໍ?
ດັ່ງນັ້ນ ພວກເຂົາຈຶ່ງສົ່ງຄົນໄປທີ່ເມືອງຊີໂລ ເພື່ອເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ນັ່ງເທິງບັນລັງຂອງເຄຣຸບ. ໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ ໄດ້ເດີນທາງມາພ້ອມກັບຫີບພັນທະສັນຍານີ້.