10 ພຣະອົງແຫກຟ້າສະຫວັນແລະສະເດັດລົງມາ ເທິງກ້ອນເມກອັນຕຶບໜາ ທີ່ຮອງຕີນພຣະອົງໄວ້.
ແລ້ວກະສັດໂຊໂລໂມນກໍໄດ້ພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ໃນທ້ອງຟ້າພຣະອົງໄດ້ໃຫ້ມີດວງຕາເວັນ ແຕ່ພຣະອົງໄດ້ເລືອກສະຖິດຢູ່ ໃນເມກແລະໃນຄວາມມືດ.
ສ້າງບ່ອນຢູ່ຂອງພຣະອົງເທິງນໍ້າທັງຫລາຍ ພຣະອົງໃຊ້ກ້ອນເມກເປັນມ້າແລະຢູ່ເທິງປີກລົມຂີ່ເຫາະໄປ.
ຂ້າແດ່ພຣະເຈົ້າຢາເວ ໂຜດແຍກຟ້າສະຫວັນອອກ ແລະສະເດັດລົງມາ ໂຜດແຕະຕ້ອງພູຜາ ແລະຄວັນໄຟກໍຈະພຸ່ງອອກມາ.
ເມກໝອກແລະມືດກໍອ້ອມຮອບພຣະອົງ ພຣະອົງປົກຄອງຢ່າງຊອບທຳແລະຍຸດຕິທຳ.
ໃນຕອນເຊົ້າມື້ທີສາມ ເກີດມີຟ້າຮ້ອງ, ຟ້າແມບ, ທັງມີເມກອັນຕຶບໜາ ປົກຄຸມຫຸ້ມຢູ່ຕາມເທິງພູເຂົານັ້ນ ແລະມີສຽງແກດັງກ້ອງສະໜັ່ນທົ່ວໄປ. ປະຊາຊົນທັງໝົດທີ່ຢູ່ໃນຄ້າຍພັກເກີດຢ້ານກົວຈົນຕົວສັ່ນ.
ແຕ່ປະຊາຊົນຍັງສືບຕໍ່ຢືນຢູ່ຫ່າງໆ ແລະມີແຕ່ໂມເຊຜູ້ດຽວເທົ່ານັ້ນ ທີ່ກ້າຫຍັບເຂົ້າໄປໃກ້ເມກອັນຕຶບໜາ ບ່ອນທີ່ພຣະເຈົ້າສະຖິດຢູ່ນັ້ນ.
ພຣະອົງເຮັດຕໍ່ພວກຂ້ານ້ອຍ ດັ່ງບໍ່ແມ່ນຜູ້ປົກຄອງຂອງພວກຂ້ານ້ອຍ ແລະດັ່ງພວກຂ້ານ້ອຍບໍ່ແມ່ນປະຊາຊົນຂອງພຣະອົງເລີຍ.
ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແຕ່ຊົງຣິດເຫລືອຫລາຍ ພຣະອົງບໍ່ເຄີຍປ່ອຍຄົນຜິດໜີໄປຢ່າງບໍ່ໄດ້ຮັບໂທດ. ບ່ອນທີ່ພຣະເຈົ້າຢາເວຍ່າງຍ້າຍລົມພະຍຸກໍໂຜ່ຂຶ້ນມາ ເມກໝອກເປັນຂີ້ຝຸ່ນດິນມີຄວັນທີ່ຕີນພຣະອົງ
ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດມືດມົວເປັນເວລາສາມຊົ່ວໂມງ.
ຈົ່ງບອກລູກຫລານຂອງພວກເຈົ້າວ່າ ພວກເຈົ້າໄດ້ໄປແລະຢືນເຝົ້າຢູ່ຢ່າງໃດຢູ່ທີ່ຕີນພູ ທີ່ມີເມກອັນໜາແໜ້ນແລະມີຄວັນອັນມືດຕຶບປົກຄຸມຢູ່ ພ້ອມທັງມີໄຟລຸກພຸ່ງຂຶ້ນສູ່ຟ້າສະຫວັນ.