1 ເມື່ອພຣະເຈົ້າຢາເວໄດ້ຊ່ວຍໃຫ້ກະສັດດາວິດພົ້ນຈາກເງຶ້ອມມືຂອງເຫຼົ່າສັດຕູອື່ນໆຂອງເພິ່ນ ແລະພົ້ນຈາກເງຶ້ອມມືຂອງໂຊນນັ້ນ ກະສັດດາວິດໄດ້ຮ້ອງເພງນີ້ຖວາຍແກ່ພຣະເຈົ້າຢາເວ:
ນາທານກ່າວວ່າ, “ຊາຍຄົນນັ້ນຄືທ່ານເອງ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວຕໍ່ທ່ານດັ່ງນີ້: ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະໄດ້ຊ່ວຍກູ້ເຈົ້າໃຫ້ພົ້ນຈາກກຳມືຂອງໂຊນ.
ນີ້ເປັນເທື່ອທຳອິດທີ່ກະສັດດາວິດໄດ້ໃຫ້ອາສັບ ແລະພີ່ນ້ອງຊາວເລວີຂອງລາວ ຮັບຜິດຊອບຮ້ອງເພງສັນລະເສີນພຣະເຈົ້າຢາເວ.
ຄົນຊອບທຳທົນທຸກຕໍ່ຄວາມລຳບາກນາໆຊະນິດ ແຕ່ພຣະເຈົ້າຢາເວຊ່ວຍໃຫ້ພົ້ນຈາກສິ່ງເຫຼົ່ານີ້.
ຈົ່ງຖວາຍໂມທະນາຂອບພຣະຄຸນເປັນເຄື່ອງບູຊາແກ່ພຣະເຈົ້າ ຖວາຍແກ່ຜູ້ຊົງຣິດອຳນາດຍິ່ງໃຫຍ່ຕາມທີ່ເຈົ້າສາບານໄວ້.
ແລ້ວໂມເຊກັບຊາວອິດສະຣາເອນກໍໄດ້ຮ້ອງເພງນີ້ ສັນລະເສີນພຣະເຈົ້າຢາເວວ່າ, “ຂ້ານ້ອຍຈະຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ເພາະໄຊຊະນະຂອງພຣະອົງຊ່າລືໄປທົ່ວເທິງແຜ່ນດິນໂລກ. ພຣະອົງໄດ້ໂຍນຝູງມ້າພ້ອມທະຫານທັງຫລາຍຂອງເອຢິບ ໃຫ້ມໍຣະນາໃນທ້ອງທະເລອັນໃຫຍ່ກວ້າງ.
ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍລະນະໄພ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າ ຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ.
ແລ້ວໂມເຊກໍຮ້ອງບົດເພງທັງໝົດນີ້ໃຫ້ປະຊາຊົນອິດສະຣາເອນຟັງວ່າ,
ອົງພຣະຜູ້ເປັນເຈົ້າຊົງຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທຸກຢ່າງ ແລະນຳເຮົາເຂົ້າໄປສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະອົງ ສືບໆໄປເປັນນິດເທີ້ນ ອາແມນ.
ໃນມື້ນັ້ນ ນາງເດໂບຣາແລະບາຣັກລູກຊາຍຂອງອາບີໂນອາມໄດ້ຮ້ອງເພງວ່າ:
ດາວິດໄດ້ລີ້ຢູ່ທີ່ແຖບເນີນພູໃນຖິ່ນແຫ້ງແລ້ງກັນດານໃກ້ກັບເມືອງຊີເຟ. ຝ່າຍກະສັດໂຊນນັ້ນກໍພະຍາຍາມຊອກຫາດາວິດຢູ່ເລື້ອຍໆ; ແຕ່ພຣະເຈົ້າຢາເວບໍ່ໄດ້ມອບລາວໃຫ້ກະສັດໂຊນ.
ພຣະເຈົ້າຢາເວຈະຕັດສິນດອກວ່າ ໃນເຮົາທັງສອງຄົນນີ້ແມ່ນຜູ້ໃດເປັນຝ່າຍຜິດ. ຂໍໃຫ້ພຣະອົງພິຈາລະນາເບິ່ງໃນເລື່ອງນີ້ເພື່ອປ້ອງກັນຂ້ານ້ອຍ ແລະຊ່ວຍຊູຂ້ານ້ອຍໃຫ້ພົ້ນຈາກກຳມືຂອງທ່ານດ້ວຍເທີ້ນ.”
ຖ້າມີຜູ້ໃດຜູ້ໜຶ່ງຈະໂຈມຕີທ່ານ ແລະພະຍາຍາມຈະຂ້າທ່ານ ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານກໍຈະຮັກສາທ່ານໃຫ້ພົ້ນ ເໝືອນດັ່ງຜູ້ໜຶ່ງທີ່ເຝົ້າຮັກສາສົມບັດອັນປະເສີດຂອງພຣະອົງ. ສຳລັບເຫຼົ່າສັດຕູຂອງທ່ານນັ້ນ ພຣະອົງຈະໂຍນພວກເຂົາຖິ້ມ ດັ່ງກ້ອນຫີນທີ່ຖືກຍິງອອກໄປຈາກກະຖຸນ.
ເໝືອນກັນກັບທີ່ຂ້ານ້ອຍໄດ້ໄວ້ຊີວິດຂອງທ່ານແລ້ວໃນມື້ນີ້ ຂໍພຣະເຈົ້າຢາເວກະທຳຕໍ່ຂ້ານ້ອຍເຊັ່ນດຽວກັນເຖີດ ແລະຂໍໃຫ້ຂ້ານ້ອຍພົ້ນຈາກຄວາມເດືອດຮ້ອນທຸກຢ່າງດ້ວຍ.”
ດາວິດຄິດໃນໃຈວ່າ, “ໃນມື້ໜຶ່ງຂ້າງໜ້າ ກະສັດໂຊນຈະຕ້ອງຂ້າເຮົາແນ່ໆ. ດີທີ່ສຸດແລ້ວ ເຮົາຄວນໜີໄປຢູ່ໃນດິນແດນຂອງພວກຟີລິດສະຕິນ ແລ້ວກະສັດໂຊນກໍຈະບໍ່ຕາມຫາຂ້າເຮົາໃນອິດສະຣາເອນນີ້ອີກຕໍ່ໄປ ແລະເຮົາກໍຈະປອດໄພ.”