Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 21:9 - ພຣະຄຳພີສັກສິ

9 ກະສັດ​ດາວິດ​ໄດ້​ມອບ​ຄົນ​ເຫຼົ່ານີ້​ໃຫ້​ຊາວ​ກີເບໂອນ​ແຂວນ​ຄໍ​ທີ່​ເທິງ​ພູ​ຊ້ອງໜ້າ​ພຣະເຈົ້າຢາເວ. ທັງ​ເຈັດ​ຄົນ​ນັ້ນ​ຈຶ່ງ​ຕາຍ​ພ້ອມ​ກັນ. ພວກເຂົາ​ໄດ້​ຂ້າ​ຄົນ​ເຫຼົ່ານີ້​ໃນ​ຕົ້ນ​ລະດູ​ກ່ຽວ​ເຂົ້າບາເລ.

Uka jalj uñjjattʼäta Copia luraña




2 ຊາມູເອນ 21:9
13 Jak'a apnaqawi uñst'ayäwi  

ສະນັ້ນ ຈົ່ງ​ມອບ​ຊາຍ​ເຈັດ​ຄົນ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ແລະ​ພວກ​ຂ້ານ້ອຍ​ຈະ​ແຂວນ​ຄໍ​ພວກເຂົາ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ໃນ​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ໂຊນ ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ນັ້ນ.” ກະສັດ​ຕອບ​ວ່າ, “ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ພວກເຈົ້າ.”


ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ຢູ່​ໃນ​ຫໍເຕັນ ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້. ແລ້ວ​ກະສັດ​ດາວິດ​ກໍ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຊ້ອງ​ພຣະພັກ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ຕອບ​ວ່າ, “ຂ້ອຍ​ໄດ້​ຟ້ອນ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເລືອກ​ເອົາ​ຂ້ອຍ​ໃຫ້​ເປັນ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະເຈົ້າຢາເວ ແທນທີ່​ຈະ​ແມ່ນ​ພໍ່​ຂອງ​ເຈົ້າ​ແລະ​ຄອບຄົວ​ຂອງ​ເພິ່ນ. ຂ້ອຍ​ຍັງ​ຈະ​ຟ້ອນ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ນີ້​ຕໍ່ໄປ


ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.


ຕົ້ນ​ປ່ານ ແລະ​ຕົ້ນ​ເຂົ້າເດືອຍ​ໄດ້​ຖືກ​ທຳລາຍ​ໝົດກ້ຽງ ເພາະ​ຕົ້ນ​ປ່ານ​ກຳລັງ​ອອກ​ດອກ ແລະ​ຕົ້ນ​ເຂົ້າເດືອຍ​ກໍ​ກຳລັງ​ມີ​ຮວງ.


ແຕ່​ເຂົ້າ​ບະເລ​ນັ້ນ​ບໍ່ໄດ້​ຖືກ​ທຳລາຍ ເພາະ​ຍັງ​ບໍ່ທັນ​ພົ້ນ​ດິນ​ຂຶ້ນ​ມາ​ເທື່ອ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ໃຫ້​ຈັບ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຫານ​ຊີວິດ​ຕໍ່ໜ້າ​ຄົນ​ທັງຫລາຍ. ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ຈະ​ບໍ່​ໂກດຮ້າຍ​ຊາວ​ອິດສະຣາເອນ​ຕໍ່ໄປ.”


“ຖ້າ​ຄົນ​ໜຶ່ງ​ຖືກ​ປະຫານ​ສຳລັບ​ຄວາມຜິດ​ທາງ​ອາດຍາ​ໂດຍ​ການ​ແຂວນຄໍ


ດັ່ງນັ້ນ ນາໂອມີ​ຈຶ່ງ​ກັບ​ມາ​ຈາກ​ດິນແດນ​ໂມອາບ​ກັບ​ນາງຣຸດ​ຊາວ​ໂມອາບ​ຜູ້​ທີ່​ເປັນ​ລູກໃພ້. ເມື່ອ​ທັງສອງ​ມາ​ຮອດ​ເມືອງ​ເບັດເລເຮັມ​ນັ້ນ ກໍ​ພໍດີ​ຖືກ​ກັບ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າເດືອຍ.


ຊາມູເອນ​ກ່າວ​ວ່າ, “ດາບ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ຕ້ອງ​ສູນເສຍ​ລູກ​ຂອງຕົນ; ດັ່ງນັ້ນ ແມ່​ຂອງເຈົ້າ​ຈະ​ຕ້ອງ​ສູນເສຍ​ລູກ​ໄປ​ເໝືອນກັນ.” ແລ້ວ​ຊາມູເອນ​ກໍ​ຂ້າ​ເຈົ້າ​ອາກາ ແລະ​ຕັດ​ເປັນ​ຕ່ອນໆ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ກິນການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka