2 ຊາມູເອນ 21:7 - ພຣະຄຳພີສັກສິ7 ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ. Uka jalj uñjjattʼäta |
ກະສັດໂຊນຍັງມີເຊື້ອສາຍຢູ່ອີກຄົນໜຶ່ງຊື່ວ່າ ເມຟີໂບເຊັດ; ລາວເປັນລູກຊາຍຂອງໂຢນາທານ. ຕອນທີ່ກະສັດໂຊນກັບໂຢນາທານຖືກຂ້ານັ້ນ ເມຟີໂບເຊັດມີອາຍຸພຽງແຕ່ຫ້າປີ. ເມື່ອຂ່າວການຕາຍຂອງທັງສອງເລົ່າລືມາຈາກຢິດຊະເຣນ ເອື້ອຍລ້ຽງຂອງເມຟີໂບເຊັດກໍຫອບອູ້ມລາວໜີ, ແຕ່ນາງຟ້າວເກີນໄປຈຶ່ງເຮັດໃຫ້ເມຟີໂບເຊັດຫລຸດຈາກມື ລາວຈຶ່ງກາຍເປັນຄົນຂາພິການ.
ສ່ວນເຈົ້າ ພວກລູກຊາຍຂອງເຈົ້າຕະຫລອດທັງຄົນຮັບໃຊ້ຂອງເຈົ້າດ້ວຍ ຈົ່ງພາກັນເຮັດໄຮ່ໄຖນາໃສ່ທີ່ດິນນີ້ໃຫ້ຄອບຄົວກະສັດໂຊນນາຍຂອງເຈົ້າ ແລະນຳເອົາຜົນລະປູກມາໃຫ້ ເພື່ອພວກເຂົາຈະມີອາຫານການກິນ. ສ່ວນເມຟີໂບເຊັດນັ້ນ ລາວຈະເປັນແຂກປະຈຳທີ່ໂຕະອາຫານຂອງເຮົາສະເໝີ.” (ຊີບາມີລູກຊາຍສິບຫ້າຄົນ ແລະມີຄົນຮັບໃຊ້ຊາວຄົນ.)