Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 21:6 - ພຣະຄຳພີສັກສິ

6 ສະນັ້ນ ຈົ່ງ​ມອບ​ຊາຍ​ເຈັດ​ຄົນ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ແລະ​ພວກ​ຂ້ານ້ອຍ​ຈະ​ແຂວນ​ຄໍ​ພວກເຂົາ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ໃນ​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ໂຊນ ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ນັ້ນ.” ກະສັດ​ຕອບ​ວ່າ, “ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ພວກເຈົ້າ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 21:6
22 Jak'a apnaqawi uñst'ayäwi  

ພາຍ​ໃນ​ສາມ​ວັນ ກະສັດ​ຟາໂຣ​ຈະ​ເອົາ​ທ່ານ​ອອກ​ມາ​ຈາກ​ຄຸກ ແລະ​ສັ່ງ​ຕັດ​ຄໍ​ທ່ານ​ເສຍ! ແລ້ວ​ເຂົາ​ກໍ​ຈະ​ເອົາ​ສົບ​ຂອງທ່ານ​ໄປ​ແຂວນ​ໄວ້​ທີ່​ຕົ້ນໄມ້ ແລະ​ຝູງນົກ​ຈະ​ມາ​ເຈາະ​ກິນ​ເນື້ອ​ຂອງທ່ານ.”


ແຕ່​ສັ່ງ​ປະຫານ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່. ທຸກສິ່ງ​ເປັນ​ໄປ​ຕາມ​ທີ່​ໂຢເຊັບ​ໄດ້​ກ່າວ​ໄວ້.


ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.


ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ໄດ້​ມາ​ເຫັນ​ລາວ ຈຶ່ງ​ໄປ​ລາຍງານ​ຕໍ່​ໂຢອາບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເຫັນ​ອັບຊາໂລມ​ກຳລັງ​ແຂວນ​ຄາ​ຢູ່​ກັບ​ຕົ້ນໂອກ.”


ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂ້ານ້ອຍ​ສົມຄວນ​ທີ່​ຈະ​ຖືກ​ທ່ານ​ຂ້າ​ຖິ້ມ​ໝົດ ແຕ່​ທ່ານ​ພັດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄດ້​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ທ່ານ ຂ້ານ້ອຍ​ບໍ່​ມີ​ສິດ ທີ່​ຈະ​ຂໍ​ຄວາມ​ເມດຕາ​ໃດໆ​ຈາກ​ທ່ານ​ຕື່ມ​ອີກ​ແລ້ວ.”


ພວກເຂົາ​ຢູ່​ພາຍໃຕ້​ການ​ບັງຄັບ​ບັນຊາ​ຂອງ​ອາຮີເອເຊ​ແລະ​ໂຢອາດ ລູກຊາຍ​ຂອງ​ເຊມາຢາ​ຈາກ​ເມືອງ​ກີເບອາ. ຄົນ​ເຫຼົ່ານີ້​ລ້ວນແຕ່​ເປັນ​ທະຫານ​ທັງ​ນັ້ນ ມີ​ດັ່ງນີ້: ເຢຊີເອນ​ແລະ​ເປເລດ ລູກຊາຍ​ຂອງ​ອາຊະມາເວດ ເບຣາກາ​ແລະ​ເຢຮູ ຊາວ​ອານາທົດ


ເຮົາ​ສັ່ງ​ຕໍ່ໄປ​ວ່າ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້ ກໍ​ໃຫ້​ຖອນ​ໄມ້ຂື່​ເຮືອນ​ຂອງ​ຜູ້ນັ້ນ​ອອກ ແລະ​ແຫລມ​ປາຍ​ໄມ້ຂື່​ນັ້ນ​ສຽບ​ໃສ່​ໃຫ້​ທະລຸ​ຮ່າງກາຍ​ຂອງ​ລາວ. ເຮືອນ​ຂອງ​ລາວ​ຈະ​ກາຍເປັນ​ກອງ​ຂີ້ເຫຍື້ອ.


ລວມ​ຢູ່​ໃນ​ພວກ​ນີ້ ມີ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ ຜູ້​ເປັນ​ລູກຊາຍ​ຂອງ​ຮາມເມດາທາ. ແຕ່​ການ​ປຸ້ນສະດົມ​ບໍ່ມີ​ເກີດຂຶ້ນ​ເລີຍ.


ຢູດາ​ໄດ້​ຖິ້ມ​ເງິນ​ໄວ້​ໃນ​ພຣະວິຫານ ແລະ​ອອກ​ໜີໄປ ແລ້ວ​ລາວ​ກໍ​ໄປ​ຜູກ​ຄໍ​ຕາຍ.


ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ​ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.


“ຖ້າ​ຄົນ​ໜຶ່ງ​ຖືກ​ປະຫານ​ສຳລັບ​ຄວາມຜິດ​ທາງ​ອາດຍາ​ໂດຍ​ການ​ແຂວນຄໍ


ແລ້ວ​ໂຢຊວຍ​ກໍໄດ້​ຂ້າ​ກະສັດ​ທັງ​ຫ້າ​ຄົນ​ນັ້ນ ແລະ​ໃຫ້​ຄົນ​ເອົາ​ສົບ​ໄປ​ແຂວນ​ໄວ້​ທີ່​ຕົ້ນໄມ້​ຫ້າ​ຕົ້ນ​ຈົນ​ຮອດ​ຄໍ່າ.


ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


ແລ້ວ​ຊາມູເອນ​ກໍ​ເອົາ​ເຕົ້າ​ນໍ້າມັນ​ໝາກກອກເທດ​ຖອກ​ໃສ່​ຫົວ​ໂຊນ ແລະ​ຈູບ​ລາວ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້ຫົດສົງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ​ຂອງ​ພວກເຂົາ. ຂໍ້​ພິສູດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເຈົ້າ ໃຫ້​ຂຶ້ນ​ເປັນ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ ແມ່ນ​ດັ່ງນີ້:


ຊາມູເອນ​ກ່າວ​ແກ່​ປະຊາຊົນ​ວ່າ, “ຜູ້​ນີ້​ແມ່ນ​ຊາຍ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄື​ກັບ​ລາວ.” ປະຊາຊົນ​ຈຶ່ງ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ!”


ສ່ວນ​ໂຊນ​ນັ້ນ ລາວ​ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ​ທີ່​ເມືອງ​ກີເບອາ​ເຊັ່ນກັນ. ຊາຍ​ບາງຄົນ​ທີ່​ມີ​ອຳນາດ ຊຶ່ງ​ໄດ້​ຮັບ​ການ​ບັນດົນ​ໃຈ​ຈາກ​ພຣະເຈົ້າ​ກໍໄດ້​ໄປ​ນຳ​ໂຊນ.


ຄົນນຳຂ່າວ​ໄດ້​ມາ​ທີ່​ເມືອງ​ກີເບອາ​ບ່ອນ​ທີ່​ໂຊນ​ຢູ່. ເມື່ອ​ຄົນ​ບອກ​ຂ່າວ​ນີ້​ສູ່​ຊາວ​ເມືອງ​ຟັງ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມ​ໝົດຫວັງ.


ແຕ່​ເຈົ້າ​ຈົ່ງ​ສາບານ​ກັບ​ຂ້ອຍ​ໂດຍ​ພຣະເຈົ້າຢາເວ​ວ່າ ເຈົ້າ​ຈະ​ໄວ້​ຊີວິດ​ເຊື້ອສາຍ​ຂອງຂ້ອຍ ແລະ​ຊື່​ຄອບຄົວ​ຂອງຂ້ອຍ​ຈະ​ບໍ່​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.”


ດາວິດ​ໄດ້​ສັນຍາ​ວ່າ​ຕົນ​ຈະ​ປະຕິບັດ​ຕາມ​ຄຳສັນຍາ​ນັ້ນ. ແລ້ວ​ກະສັດ​ໂຊນ​ກໍ​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ ສ່ວນ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍ​ກັບຄືນ​ສູ່​ບ່ອນ​ຫລົບລີ້​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka