5 ພວກເຂົາຕອບວ່າ, “ກະສັດໂຊນຢາກທຳລາຍພວກຂ້ານ້ອຍ ແລະບໍ່ຢາກໃຫ້ຄົນໃດຄົນໜຶ່ງໃນພວກຂ້ານ້ອຍມີຊີວິດຢູ່ໃນຊາດອິດສະຣາເອນນີ້.
ໃນຣາຊການຂອງກະສັດດາວິດນັ້ນ ການອຶດຢາກຢ່າງໜັກໄດ້ເກີດຂຶ້ນເປັນເວລາສາມປີເຕັມ. ດັ່ງນັ້ນ ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວກ່ຽວກັບເລື່ອງນີ້ ແລະພຣະເຈົ້າຢາເວໄດ້ຕອບເພິ່ນວ່າ, “ໂຊນແລະຄອບຄົວຂອງລາວມີຄວາມຜິດໃນຖານຂ້າຄົນ, ລາວໄດ້ຂ້າປະຊາຊົນກີເບໂອນ.” (
ສະນັ້ນ ຈົ່ງມອບຊາຍເຈັດຄົນຈາກເຊື້ອສາຍຂອງເພິ່ນ ແລະພວກຂ້ານ້ອຍຈະແຂວນຄໍພວກເຂົາຊ້ອງໜ້າພຣະເຈົ້າຢາເວຢູ່ໃນເມືອງກີເບອາ ບ້ານເກີດເມືອງນອນຂອງໂຊນ ກະສັດທີ່ພຣະເຈົ້າຢາເວໄດ້ເລືອກເອົານັ້ນ.” ກະສັດຕອບວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ.”
ໃນບັ້ນປາຍຂອງເວລານັ້ນ ຜູ້ນຳທີ່ພຣະເຈົ້າໄດ້ເລືອກໄວ້ ຈະຖືກຂ້າຢ່າງບໍ່ຍຸດຕິທຳ. ເມືອງແລະພຣະວິຫານກໍຈະຖືກກອງທັບຂອງພວກເຈົ້ານາຍທີ່ມີອຳນາດຍິ່ງໃຫຍ່ຄົນໜຶ່ງບຸກຮຸກທຳລາຍ. ຄາວສິ້ນສຸດນີ້ຈະມາເໝືອນນໍ້າໄຫລຖ້ວມ ໂດຍນຳເອົາເສິກສົງຄາມ ແລະການທຳລາຍທີ່ພຣະເຈົ້າໄດ້ຈັດຕຽມໄວ້ນັ້ນມາ.
ດ້ວຍວ່າ, ເຈົ້າຈະຕັດສິນຄົນອື່ນຢ່າງໃດ ພຣະເຈົ້າກໍຈະຕັດສິນເຈົ້າຢ່າງນັ້ນ ແລະເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າກໍຈະຕວງໃຫ້ເຈົ້າດ້ວຍເຄື່ອງຜອງອັນນັ້ນ.