Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 21:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ຊາວ​ກີເບໂອນ​ມາ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຢາກ​ແກ້​ຄວາມຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ. ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ແດ່​ສຳລັບ​ພວກເຈົ້າ?”

Uka jalj uñjjattʼäta Copia luraña




2 ຊາມູເອນ 21:3
9 Jak'a apnaqawi uñst'ayäwi  

ເມືອງ​ຂອງ​ພວກ​ຂ້ານ້ອຍ​ເປັນ​ເມືອງ​ໃຫຍ່, ເປັນ​ເມືອງ​ທີ່​ສະຫງົບສຸກ ແລະ​ເປັນ​ເມືອງ​ທີ່​ທ່ຽງທຳ​ໃນ​ຊາດ​ອິດສະຣາເອນ. ເຫດໃດ​ທ່ານ​ຈຶ່ງ​ທຳລາຍ​ມັນ? ທ່ານ​ຢາກ​ທຳລາຍ ຫລື​ມ້າງເພ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ?”


ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ແຕ່​ບັດນີ້ ເຮົາ​ຈະ​ຂຶ້ນ​ໄປ​ພົບ​ພຣະເຈົ້າຢາເວ​ຢູ່​ເທິງ​ພູເຂົາ ບາງທີ​ເຮົາ​ອາດ​ຂໍຮ້ອງ​ພຣະອົງ ໃຫ້​ຍົກ​ບາບ​ແກ່​ພວກເຈົ້າ​ກໍ​ເປັນ​ໄປ​ໄດ້.”


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ວາງ​ມື​ລົງ​ເທິງ​ຫົວ​ສັດ ແລະ​ພຣະອົງ​ພໍໃຈ​ຮັບ​ເອົາ​ສັດ​ນັ້ນ ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ສ່ວນ​ລົມພະຍຸ​ກໍ​ຍິ່ງ​ພັດ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ພວກ​ລູກເຮືອ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຮົາ​ຄວນ​ຈະ​ເຮັດ​ແນວໃດ​ກັບ​ເຈົ້າ ເພື່ອ​ລົມພະຍຸ​ຈະ​ສະຫງົບ​ລົງ?”


ທີ່​ຈິງ​ຕາມ​ກົດບັນຍັດ​ແລ້ວ ແມ່ນ​ເກືອບ​ທຸກໆ​ສິ່ງ​ຕ້ອງ​ຊຳລະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່ມີ​ເລືອດ​ໄຫລ​ອອກ​ແລ້ວ ການ​ໃຫ້​ອະໄພ​ບາບກຳ​ກໍ​ບໍ່ມີ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ພຣະເຈົ້າ​ປ້ອງກັນ​ລາວ​ໄວ້​ໄດ້, ແຕ່​ຜູ້ໃດ​ຈະ​ປ້ອງກັນ​ຜູ້ໜຶ່ງ​ທີ່​ເຮັດ​ຜິດ​ຕໍ່​ພຣະເຈົ້າຢາເວ​ໄດ້?” ແຕ່​ພວກເຂົາ​ບໍ່​ຟັງຄວາມ​ພໍ່​ຂອງ​ພວກເຂົາ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ພຣະອົງ​ຈະ​ຂ້າ​ພວກເຂົາ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka