2 ຊາມູເອນ 21:22 - ພຣະຄຳພີສັກສິ22 ສີ່ຄົນນີ້ເປັນເຊື້ອສາຍຂອງຄົນຮ່າງໃຫຍ່ໃນເມືອງກາດ. ກະສັດດາວິດແລະທະຫານຂອງເພິ່ນໄດ້ຂ້າຄົນຮ່າງໃຫຍ່ເຫຼົ່ານັ້ນ. Uka jalj uñjjattʼäta |
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.
ບັດນີ້ ຂໍທ່ານຈົ່ງມອບດິນແດນທາງເຂດເນີນພູໃຫ້ຂ້າພະເຈົ້າສາ ເພາະພຣະເຈົ້າຢາເວໄດ້ສັນຍາໄວ້ກັບຂ້າພະເຈົ້າ ໃນມື້ທີ່ຂ້າພະເຈົ້າແລະຄົນຂອງຂ້າພະເຈົ້າໄດ້ລາຍງານ. ໃນສະໄໝນັ້ນ ພວກຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ມີເຊື້ອຊາດຂອງຄົນຮ່າງໃຫຍ່ຊື່ວ່າ, ອານາກີມ ໄດ້ຢູ່ໃນເມືອງທີ່ມີປ້ອມປ້ອງກັນ. ຖ້າວ່າພຣະເຈົ້າຢາເວສະຖິດຢູ່ນຳຂ້າພະເຈົ້າແທ້ ຂ້າພະເຈົ້າຈະຂັບໄລ່ພວກເຂົາອອກໄປ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້ນັ້ນ.”