16 ມີຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ອີສະບີເບໂນບໄດ້ຖືຫອກເປັນທອງສຳຣິດ ໜັກປະມານສາມກິໂລກຼາມເຄິ່ງທັງມີດາບດວງໃໝ່ຄາດແອວ ໂດຍຄິດວ່າຕົນຈະຂ້າກະສັດດາວິດໄດ້.
ໃນປີທີສິບສີ່ ເຄໂດລາໂອເມພ້ອມທັງພັນທະມິດໄດ້ຍົກທັບມາປາບ ພວກເຣຟາອີມແຫ່ງນະຄອນອັດຊະຕາໂຣດ-ການາອີມ, ພວກຊູຊິມແຫ່ງນະຄອນຮາມ, ພວກເອມິມທີ່ທົ່ງນາຂອງນະຄອນກີຣິອາດທາອິມ,
ໃນສະໄໝນັ້ນ ແລະທັງສະໄໝຕໍ່ມາ ມີຄົນຮູບຮ່າງໃຫຍ່ທີ່ເທິງແຜ່ນດິນໂລກ. ຄົນພວກນີ້ເກີດຈາກຜູ້ຍິງກັບລູກຊາຍທັງຫລາຍຂອງພຣະເຈົ້າ. ພວກເຂົາເປັນຄົນເກັ່ງກ້າສາມາດຫລາຍ ແລະເປັນຄົນທີ່ມີຊື່ສຽງດີໃນສະໄໝບູຮານ.
ຫລັງຈາກນັ້ນ ກໍມີການສູ້ຮົບກັບພວກຟີລິດສະຕິນອີກທີ່ເມືອງໂກບ, ໃນການສູ້ຮົບບັ້ນນີ້ສິບເບກາຍ ຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ສາເຟ.
ຕໍ່ມາ ເສິກໄດ້ເກີດຂຶ້ນອີກທີ່ເມືອງກາດ ບ່ອນທີ່ມີຊາຍຮ່າງໃຫຍ່ຜູ້ໜຶ່ງເປັນຄົນມັກສູ້ຮົບ. ລາວມີນິ້ວມືເບື້ອງລະຫົກນິ້ວ ແລະມີນິ້ວຕີນເບື້ອງລະຫົກນິ້ວ.
ສີ່ຄົນນີ້ເປັນເຊື້ອສາຍຂອງຄົນຮ່າງໃຫຍ່ໃນເມືອງກາດ. ກະສັດດາວິດແລະທະຫານຂອງເພິ່ນໄດ້ຂ້າຄົນຮ່າງໃຫຍ່ເຫຼົ່ານັ້ນ.
ຝ່າຍພວກຟີລິດສະຕິນກໍໄດ້ມາຮອດຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນີ້ໄວ້.
ພວກເຂົາໄດ້ໄປທາງເຂດໃຕ້ຂອງດິນແດນກ່ອນ ແລະຈຶ່ງມາເຖິງເມືອງເຮັບໂຣນ ບ່ອນທີ່ຕະກຸນຕ່າງໆຂອງອາຮີມານ, ເຊຊາຍ ແລະຕານໄມ ຊຶ່ງເປັນເຊື້ອສາຍຂອງຊົນຊາດຮູບຮ່າງໃຫຍ່ອາໄສຢູ່ເອີ້ນວ່າ, ອານາກີມ. (ເມືອງເຮັບໂຣນໄດ້ຕັ້ງຂຶ້ນກ່ອນເມືອງໂຊອານໃນປະເທດເອຢິບເຈັດປີ.)
ແຕ່ປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນມີກຳລັງແຂງແຮງຫລາຍ ແລະເມືອງຂອງພວກເຂົາກໍໃຫຍ່ ທັງມີປ້ອມປ້ອງກັນເມືອງເປັນຢ່າງດີ. ນອກເໜືອໄປຈາກນີ້ ພວກເຮົາຍັງໄດ້ເຫັນເຊື້ອສາຍຂອງອານາກີມຄົນຮູບຮ່າງໃຫ່ຍຢູ່ທີ່ນັ້ນດ້ວຍ.
ພວກເຮົາຈະເຂົ້າໄປໃນດິນແດນນັ້ນເຮັດຫຍັງ? ພວກເຮົາຢ້ານ ເພາະນັກສືບສອດແນມທີ່ພວກເຮົາໄດ້ສົ່ງໄປນັ້ນ ມາລາຍງານວ່າຄົນໃນດິນແດນນັ້ນໂຕໃຫຍ່ສູງ ແລະແຂງແຮງລື່ນພວກເຮົາ. ພວກເຂົາອາໄສຢູ່ໃນເມືອງຕ່າງໆທີ່ມີກຳແພງສູງຈຸຟ້າ. ພວກເຂົາໄດ້ເຫັນພວກອານາກີມຢູ່ທີ່ນັ້ນ.’
ແຕ່ກ່ອນ ມີຄົນຊາດໜຶ່ງທີ່ມີອຳນາດແລະຮູບຮ່າງໃຫຍ່ສູງ ຊື່ວ່າ ເອມິມ. ເຂົາເຄີຍອາໄສຢູ່ທີ່ເມືອງອາຣະ. ພວກນີ້ມີຮູບຮ່າງໃຫຍ່ສູງເທົ່າກັບພວກອານາກີມ ຊຶ່ງເປັນຄົນຮູບຮ່າງສູງອີກຊາດໜຶ່ງ.
ໃຜໆກໍເອີ້ນພວກເຂົາວ່າ ເຣຟາອິມເໝືອນດັ່ງທີ່ໄດ້ມີພວກອານາກີມ ແຕ່ຊາວໂມອາບເອີ້ນພວກນີ້ວ່າ ເອມິມ.
ພວກເຂົາມີຮູບຮ່າງໃຫຍ່ສູງຄືກັບພວກອານາກີມ ແລະມີຢູ່ນຳກັນຫລາຍຄົນ ແລະເປັນຊົນຊາດທີ່ມີອຳນາດດ້ວຍ. ພຣະເຈົ້າຢາເວໄດ້ທຳລາຍລ້າງຜານພວກເຂົາເໝືອນກັນ ເພື່ອໃຫ້ຊາວອຳໂມນຢຶດຄອງດິນແດນຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ.
ເຈົ້າໂອກແມ່ນກະສັດຄົນສຸດທ້າຍຂອງຊາວເຣຟາອິມ. ບ່ອນໃສ່ສົບ ຂອງເພິ່ນເຮັດດ້ວຍຫີນ ຍາວ 4 ແມັດ ແລະກວ້າງປະມານ 2 ແມັດ ຊຶ່ງຍັງມີຄົນເຫັນຢູ່ໃນເມືອງຣັບບາຂອງຊາວອຳໂມນ.)”
ປະຊາຊົນມີຕົວສູງແລະແຂງແຮງ ພວກເຂົາມີຮູບຮ່າງໃຫຍ່ເປັນລູກຫຼານຂອງພວກອານາກີມ ແລະພວກເຈົ້າກໍໄດ້ຍິນມາແລ້ວວ່າ ບໍ່ມີຜູ້ໃດຕໍ່ສູ້ກັບພວກເຂົາໄດ້ນັ້ນ.
ບໍ່ມີພວກອານາກີມຈັກຄົນທີ່ເຫຼືອຢູ່ໃນດິນແດນອິດສະຣາເອນ ແຕ່ຍັງມີບາງຄົນທີ່ໄດ້ເຫຼືອຢູ່ໃນເມືອງກາຊາ, ເມືອງກາດ ແລະເມືອງອາຊະໂດດ.
ສ່ວນກາເລັບກໍໄດ້ຂັບໄລ່ເຊື້ອສາຍຂອງອານາກ ຄືຕະກຸນເຊຊາຍ, ອາຮີມານ ແລະຕານໄມອອກໄປຈາກເມືອງ.
ຄັນຫອກຂອງລາວເທົ່າກັບໄມ້ກຳພັ້ນຫູກ ແລະປາຍຫອກທີ່ເປັນເຫຼັກກໍໜັກປະມານເຈັດກິໂລກຼາມ. ມີທະຫານຄົນໜຶ່ງຍ່າງອອກໜ້າຖືໂລ້ຕ້ານທານໃຫ້ລາວ.