Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 21:12 - ພຣະຄຳພີສັກສິ

12 ເພິ່ນ​ຈຶ່ງ​ໄປ​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ຈາກ​ຊາວ​ຢາເບັດ​ກີເລອາດ. (ຊາວ​ຢາເບັດ​ໄດ້​ລັກ​ເອົາ​ຊາກສົບ​ຈາກ​ສີ່​ແຍກ​ກາງ​ເມືອງ​ເບັດ​ຊານ ບ່ອນ​ທີ່​ຊາວ​ຟີລິດສະຕິນ​ແຂວນ​ຊາກສົບ​ໄວ້ ໃນ​ມື້​ທີ່​ກະສັດ​ໂຊນ​ຖືກ​ຂ້າ​ຢູ່​ທີ່​ເທິງ​ພູ​ກິນໂບອາ.)

Uka jalj uñjjattʼäta Copia luraña




2 ຊາມູເອນ 21:12
15 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.


ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ວ່າ ນາງ​ຣິຊະປາ​ໄດ້​ເຮັດ​ດັ່ງນັ້ນ


ກະສັດ​ດາວິດ​ໄດ້​ຮວບຮວມ​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ຕະຫລອດ​ທັງ​ກະດູກ​ຂອງ​ເຈັດ​ຄົນ​ທີ່​ຖືກ​ແຂວນ​ຄໍ​ນັ້ນ.


ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ທີ່​ເທິງ​ພູເຂົາ​ກິນໂບອາ. ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ​ໃນ​ທີ່ນັ້ນ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ກັບ​ກະສັດ​ໂຊນ​ເອງ ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເພິ່ນ​ຕ່າງ​ກໍໄດ້​ປົບໜີໄປ.


ບັນດາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍໄດ້​ໄປ​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ ແລະ​ຊາກສົບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກັບຄືນ​ມາ​ທີ່​ຢາເບັດ. ພວກເຂົາ​ໄດ້​ຝັງ​ຊາກສົບ​ເຫຼົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ແລະ​ຖືສິນ​ອົດອາຫານ​ເຈັດ​ວັນ.


ມື້​ຕໍ່ມາ ຫລັງຈາກ​ເຊົາ​ສູ້ຮົບ​ແລ້ວ ພວກ​ຟີລິດສະຕິນ​ກໍ​ໄປ​ແກ້​ເອົາ​ເຄື່ອງ​ຈາກ​ຊາກສົບ ແລະ​ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ຊາກສົບ​ຂອງ​ພວກ​ລູກຊາຍ ນອນດອຍ​ຢູ່​ທີ່​ເທິງ​ພູເຂົາ​ກິນໂບອາ.


ພາຍ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ​ແລະ​ອາເຊ​ນັ້ນ ມານາເຊ​ໄດ້​ເມືອງ​ເບັດ​ເຊອານ​ແລະ​ເມືອງ​ອິບເລອາມ ລວມທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ໂດເຣ (ເມືອງ​ຝັ່ງ​ທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກຳລັງ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ໃກ້​ກັບ​ເມືອງ​ຊູເນມ. ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ເຕົ້າໂຮມ​ເອົາ​ຊາວ​ອິດສະຣາເອນ ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ.


ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.


ມີ​ການ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ຢູ່​ອ້ອມຮອບ​ກະສັດ​ໂຊນ. ສະນັ້ນ ເພິ່ນ​ຈຶ່ງ​ຖືກ​ລູກທະນູ​ຂອງ​ສັດຕູ​ແລະ​ບາດເຈັບ​ຢ່າງ​ສາຫັດ.


ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka