Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 21:10 - ພຣະຄຳພີສັກສິ

10 ແລ້ວ​ນາງ​ຣິຊະປາ ເມຍນ້ອຍ​ຂອງ​ກະສັດ​ໂຊນ​ຜູ້​ທີ່​ເປັນ​ລູກສາວ​ຂອງ​ອາອີຢາ ກໍໄດ້​ໃຊ້​ຜ້າ​ກະສອບ​ເຂົ້າ​ເຮັດ​ບ່ອນ​ຊົ້ນ​ສຳລັບ​ຕົນ​ຢູ່​ເທິງ​ໂງ່ນຫີນ​ບ່ອນ​ທີ່​ວາງ​ຊາກສົບ​ນັ້ນ. ນາງ​ອາໄສ​ຢູ່​ທີ່​ນັ້ນ​ຕັ້ງແຕ່​ຍາມ​ເກັບກ່ຽວ​ຈົນເຖິງ​ລະດູ​ຝົນ​ຈາກ​ຟ້າ​ສະຫວັນ. ໃນ​ຕອນ​ກາງເວັນ ນາງ​ຮັກສາ​ຊາກສົບ​ບໍ່​ໃຫ້​ນົກ​ມາ​ເຈາະ ແລະ​ໃນ​ຕອນ​ກາງຄືນ ນາງ​ຮັກສາ​ຊາກສົບ​ບໍ່​ໃຫ້​ສັດປ່າ​ເຂົ້າ​ມາ​ໃກ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 21:10
19 Jak'a apnaqawi uñst'ayäwi  

ພາຍ​ໃນ​ສາມ​ວັນ ກະສັດ​ຟາໂຣ​ຈະ​ເອົາ​ທ່ານ​ອອກ​ມາ​ຈາກ​ຄຸກ ແລະ​ສັ່ງ​ຕັດ​ຄໍ​ທ່ານ​ເສຍ! ແລ້ວ​ເຂົາ​ກໍ​ຈະ​ເອົາ​ສົບ​ຂອງທ່ານ​ໄປ​ແຂວນ​ໄວ້​ທີ່​ຕົ້ນໄມ້ ແລະ​ຝູງນົກ​ຈະ​ມາ​ເຈາະ​ກິນ​ເນື້ອ​ຂອງທ່ານ.”


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ວ່າ ນາງ​ຣິຊະປາ​ໄດ້​ເຮັດ​ດັ່ງນັ້ນ


ມື້ໜຶ່ງ ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ​ກ່າວຫາ​ວ່າ ອັບເນ​ໄດ້​ຮ່ວມ​ນອນ​ກັບ​ເມຍນ້ອຍ​ຂອງ​ກະສັດ​ໂຊນ​ຄື: ນາງ​ຣິຊະປາ​ລູກສາວ​ຂອງ​ອາອີຢາ.


ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.


ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.


ເຈົ້າ​ກັບ​ກອງທັບ​ພ້ອມ​ທັງ​ພັນທະມິດ​ຂອງເຈົ້າ ຈະ​ລົ້ມລົງ​ຕາຍ​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ ແລະ​ເຮົາ​ຈະ​ປະ​ຊາກສົບ​ຂອງ​ເຈົ້າ ໃຫ້​ເປັນ​ອາຫານ​ຂອງ​ຝູງນົກ​ກັບ​ສັດປ່າ​ທັງຫລາຍ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ຍ້ອນ​ບໍ່ມີ​ຫຍ້າ ຝູງ​ສັດ​ລ້ຽງ​ກໍ​ສັບສົນ​ວຸ້ນວາຍ ຝູງແກະ​ທັງຫລາຍ​ຕ່າງ​ກໍ​ທົນທຸກ​ດ້ວຍ.


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ຈົ່ງ​ຂໍ​ຝົນ​ປາຍ​ລະດູ​ຈາກ​ພຣະເຈົ້າຢາເວ. ແມ່ນ​ພຣະເຈົ້າຢາເວ​ທີ່​ສົ່ງ​ພະຍຸ​ຝົນ​ກັບ​ຫ່າຝົນ​ລົງ​ມາ​ໃຫ້​ແກ່​ປະຊາຊົນ, ທັງ​ໃຫ້​ທົ່ງ​ໄຮ່​ທົ່ງນາ​ຂຽວ​ງາມ​ສຳລັບ​ທຸກຄົນ.


ຖ້າ​ພວກເຈົ້າ​ເຮັດ​ຕາມ ພຣະອົງ​ກໍ​ຈະ​ສົ່ງ​ຝົນ​ມາ​ເທິງ​ດິນແດນ​ຂອງ​ພວກເຈົ້າ ຖືກ​ຕາມ​ລະດູການ ໃນ​ລະດູ​ໃບໄມ້​ຫລົ່ນ​ແລະ​ລະດູ​ໃບໄມ້ປົ່ງ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ ມີ​ເຫຼົ້າ​ອະງຸ່ນ ແລະ​ມີ​ນໍ້າມັນ​ໝາກກອກເທດ


ແລະ​ປ່ຽນ​ເສື້ອຜ້າ​ໃຫ້​ນາງ​ຢູ່​ໃນ​ເຮືອນ ແລະ​ໄວ້ທຸກ​ໃຫ້​ພໍ່​ແມ່​ຂອງ​ນາງ​ໜຶ່ງ​ເດືອນ; ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈຶ່ງ​ເອົາ​ນາງ​ໄປ​ເປັນ​ເມຍ​ໄດ້.


“ຖ້າ​ຄົນ​ໜຶ່ງ​ຖືກ​ປະຫານ​ສຳລັບ​ຄວາມຜິດ​ທາງ​ອາດຍາ​ໂດຍ​ການ​ແຂວນຄໍ


ຢ່າ​ປ່ອຍ​ຊາກສົບ​ແຂວນ​ໄວ້​ຈົນ​ຮອດ​ກາງຄືນ. ໃຫ້​ຝັງ​ຊາກສົບ​ຂອງ​ຄົນ​ນີ້​ໃນ​ມື້​ນັ້ນ​ໂລດ ເພາະ​ຊາກສົບ​ຂອງ​ຄົນຕາຍ​ທີ່​ຖືກ​ແຂວນຄໍ​ກັບ​ເສົາ ນຳ​ຄວາມ​ສາບແຊ່ງ​ຂອງ​ພຣະເຈົ້າ​ມາ​ສູ່​ດິນແດນ. ຈົ່ງ​ຝັງ​ຊາກສົບ​ນັ້ນ​ສາ ເພື່ອ​ບໍ່​ເປັນ​ການ​ນຳ​ການ​ສາບແຊ່ງ​ມາ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້.”


ລາວ​ເວົ້າ​ທ້າທາຍ​ດາວິດ​ວ່າ, “ເຂົ້າ​ມາ​ພີ້ ກູ​ຈະ​ເອົາ​ຊາກສົບ​ຂອງ​ມຶງ​ໃຫ້​ນົກ​ແລະ​ສັດປ່າ​ກິນ.”


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka