Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 21:1 - ພຣະຄຳພີສັກສິ

1 ໃນ​ຣາຊການ​ຂອງ​ກະສັດ​ດາວິດ​ນັ້ນ ການ​ອຶດຢາກ​ຢ່າງໜັກ​ໄດ້​ເກີດຂຶ້ນ​ເປັນ​ເວລາ​ສາມ​ປີ​ເຕັມ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້ ແລະ​ພຣະເຈົ້າຢາເວ​ໄດ້​ຕອບ​ເພິ່ນ​ວ່າ, “ໂຊນ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ລາວ​ໄດ້​ຂ້າ​ປະຊາຊົນ​ກີເບໂອນ.” (

Uka jalj uñjjattʼäta Copia luraña




2 ຊາມູເອນ 21:1
34 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ໄດ້​ເກີດ​ມີ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ໃນ​ການາອານ ອັນ​ເປັນ​ເຫດ​ໃຫ້​ອັບຣາມ​ຕ້ອງ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຊົ່ວ​ໄລຍະ​ໜຶ່ງ.


ຢູ່​ຕໍ່ມາ ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ປະເທດ​ຊຶ່ງ​ການ​ອຶດຢາກ​ເຊັ່ນນີ້ ເຄີຍ​ມີ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫຼັກ ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ.


ປະຊາຊົນ​ຈາກ​ຫລາຍ​ບ່ອນ​ໃນ​ໂລກ​ໄດ້​ພາກັນ​ມາ​ປະເທດ​ເອຢິບ ເພື່ອ​ຂໍ​ຊື້​ເຂົ້າ​ນຳ​ໂຢເຊັບ ເພາະ​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ຢູ່​ທຸກທີ່​ທຸກບ່ອນ.


ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້​ມາ​ຫາ​ຊື້​ເຂົ້າ​ພ້ອມ​ກັບ​ຄົນ​ພວກ​ອື່ນໆ ເພາະ​ໃນ​ການາອານ​ເກີດ​ການ​ອຶດຢາກ.


ຄວາມ​ອຶດຢາກ​ໃນ​ການາອານ​ຮ້າຍແຮງ​ໜັກ​ຂຶ້ນ


ເຈົ້າ​ໄດ້​ຢຶດ​ອານາຈັກ​ຂອງ​ກະສັດ​ໂຊນ ແລະ​ບັດນີ້​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຈົ້າ​ຄືນ ເພາະ​ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຍົກ​ອານາຈັກ​ໃຫ້​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ; ສ່ວນ​ຜູ້​ຮ້າຍ​ຂ້າ​ຄົນ​ດັ່ງ​ເຈົ້າ​ກໍໄດ້​ແຕ່​ຈິບຫາຍ​ເທົ່ານັ້ນ.”


ອີຣາ ຊາວ​ເມືອງ​ຢາອີ​ເປັນ​ປະໂຣຫິດ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ເໝືອນກັນ.


ພວກເຂົາ​ຕອບ​ວ່າ, “ກະສັດ​ໂຊນ​ຢາກ​ທຳລາຍ​ພວກ​ຂ້ານ້ອຍ ແລະ​ບໍ່​ຢາກ​ໃຫ້​ຄົນໃດ​ຄົນໜຶ່ງ​ໃນ​ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ໃນ​ຊາດ​ອິດສະຣາເອນ​ນີ້.


ຢູ່ມາ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຊາດ​ອິດສະຣາເອນ ຈຶ່ງ​ໃຫ້​ກະສັດ​ດາວິດ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກເຂົາ. ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ຕໍ່​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ນັບ​ເບິ່ງ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ.”


ກະສັດ​ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຈົ່ງ​ໄປ​ໂຈມຕີ​ພວກເຂົາ ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ.”


ກະສັດ​ດາວິດ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ຕື່ມ ແລະ​ພຣະອົງ​ຕອບ​ວ່າ, “ຢ່າ​ໂຈມຕີ​ພວກເຂົາ​ໃນ​ບ່ອນ​ນີ້ ແຕ່​ໃຫ້​ອ້ອມ​ໄປ​ໂຈມຕີ​ພວກເຂົາ​ທາງ​ດ້ານຫລັງ​ຢູ່​ໃກ້​ກັບ​ຕົ້ນ​ມອນ.


ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ດັ່ງນັ້ນ ເອລີຢາ​ຈຶ່ງ​ອອກ​ເດີນທາງ​ໄປ. ການອຶດຢາກ​ໃນ​ນະຄອນ​ຊາມາເຣຍ​ຮ້າຍແຮງ​ທີ່ສຸດ.


ການ​ປິດລ້ອມ​ເມືອງ​ໃນ​ຄັ້ງ​ນີ້​ເປັນ​ເຫດ​ໃຫ້​ຕົວເມືອງ ເກີດ​ການຂາດແຄນ​ອາຫານ​ເປັນ​ຢ່າງໜັກ ຈົນ​ວ່າ​ຫົວລໍ​ໂຕໜຶ່ງ​ມີ​ລາຄາ​ແປດສິບ​ຫລຽນ​ເງິນ ແລະ​ຂີ້​ນົກ​ກາງແກ ສອງຮ້ອຍ​ກຼາມ ມີ​ລາຄາ​ຫ້າ​ຫລຽນ​ເງິນ.


ບັດນີ້ ເອລີຊາ​ໄດ້​ບອກ​ຍິງ​ຢູ່​ໃນ​ເມືອງ​ຊູເນມ ຜູ້​ທີ່​ເພິ່ນ​ໄດ້​ເຮັດ​ໃຫ້​ລູກຊາຍ​ຂອງ​ນາງ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ຈະ​ສົ່ງ​ການອຶດຢາກ​ມາ​ເທິງ​ດິນແດນ​ນີ້​ເປັນ​ເວລາ​ເຈັດ​ປີ.” ທັງ​ບອກ​ໃຫ້​ນາງ ແລະ​ຄອບຄົວ​ໜີໄປ​ຢູ່​ທີ່​ອື່ນ.


ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ກ່າວ​ປະນາມ​ຂ້ານ້ອຍ​ເລີຍ ຂໍ​ບອກ​ແດ່​ວ່າ ແມ່ນ​ເລື່ອງ​ຫຍັງ​ທີ່​ຊົງ​ກ່າວຟ້ອງ?


ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ເມື່ອ​ເຮົາ​ທຳລາຍ​ອາຫານ​ຫລັກ​ຂອງ​ພວກເຈົ້າ, ແມ່ຍິງ​ສິບ​ຄົນ​ຈະ​ໃຊ້​ເຕົາ​ໜ່ວຍ​ດຽວ​ອົບ​ເຂົ້າຈີ່. ພວກເຂົາ​ຈະ​ກຳນົດ​ອັດຕາ​ອາຫານ​ໃຫ້ ແລະ​ເມື່ອ​ພວກເຈົ້າ​ກິນ​ແລ້ວ, ແຕ່​ຍັງ​ຈະ​ຫິວ​ຢູ່.


ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.


ຍ້ອນ​ດັ່ງນີ້ ພວກເຮົາ​ຈຳເປັນ​ຕ້ອງ​ໄວ້​ຊີວິດ​ຂອງ​ພວກເຂົາ. ຖ້າ​ພວກເຮົາ​ບໍ່​ເຮັດ​ຕາມ ພຣະເຈົ້າ​ຈະ​ລົງໂທດ​ພວກເຮົາ.


ດົນນານ​ມາ​ແລ້ວ ໃນ​ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ປົກຄອງ ໄດ້​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ເອລີເມເຫຼັກ ທີ່​ເປັນ​ຄົນ​ໃນ​ຕະກຸນ​ເອຟຣັດ ແລະ​ນາງ​ນາໂອມີ​ເມຍ​ຂອງຕົນ​ພ້ອມ​ກັບ​ລູກຊາຍ​ສອງ​ຄົນ ຄື​ມາໂລນ​ແລະ​ກີລີໂອນ; ພວກເຂົາ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ຊົ່ວຄາວ​ທີ່​ດິນແດນ​ໂມອາບ. ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ດິນແດນ​ນັ້ນ


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ຊາວ​ເມືອງ​ເກອີລາ​ຈະ​ມອບ​ຂ້ານ້ອຍ​ໃຫ້​ກະສັດ​ໂຊນ​ຫລື​ບໍ່? ເພິ່ນ​ຈະ​ມາ​ແທ້​ຕາມ​ທີ່​ຂ້ານ້ອຍ​ໄດ້ຍິນ​ນີ້​ບໍ? ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ​ເຖີດ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໂຊນ​ຈະ​ມາ​ແທ້.”


ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”


ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka