Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 20:9 - ພຣະຄຳພີສັກສິ

9 ໂຢອາບ​ເວົ້າ​ກັບ​ອາມາສາ​ວ່າ, “ສະຫາຍ​ເອີຍ ສະບາຍດີ​ບໍ່?” ລາວ​ເອົາ​ມື​ເບື້ອງຂວາ​ຈັບ​ໜວດ​ຂອງ​ອາມາສາ ເໝືອນ​ກັບ​ວ່າ​ຈະ​ຈູບ​ລາວ

Uka jalj uñjjattʼäta Copia luraña




2 ຊາມູເອນ 20:9
14 Jak'a apnaqawi uñst'ayäwi  

ເມື່ອ​ມີ​ຊາຍ​ຄົນ​ໃດ​ເຂົ້າ​ມາ​ກົ້ມ​ຂາບ​ອັບຊາໂລມ ລາວ​ກໍ​ຈະ​ເດ່​ມື​ອອກ​ໄປ​ກອດ​ແລະ​ຈູບ​ຄົນ​ນັ້ນ.


ອັບຊາໂລມ​ໄດ້​ແຕ່ງຕັ້ງ​ໃຫ້​ອາມາສາ ເປັນ​ຜູ້​ບັນຊາການ​ທະຫານ​ແທນ​ໂຢອາບ. ອາມາສາ​ເປັນ​ລູກຊາຍ​ຂອງ​ເຢເທີ ຄົນ​ອິດຊະມາເອນ; ແມ່​ຂອງ​ລາວ​ຊື່​ວ່າ ອາບີການ​ລູກສາວ​ຂອງ​ນາຮາດ​ແລະ​ເປັນ​ເອື້ອຍ​ຂອງ​ນາງ​ເຊຣູອີຢາ ແມ່​ຂອງ​ໂຢອາບ.


ກະສັດ​ຖາມ​ວ່າ, “ຊາຍໜຸ່ມ​ອັບຊາໂລມ​ປອດໄພ​ບໍ?” ອາຮີມາອາດ​ຕອບ​ວ່າ, “ທ່ານເອີຍ ເມື່ອ​ໂຢອາບ​ນາຍ​ທະຫານ​ຂອງທ່ານ​ສົ່ງ​ຂ້ານ້ອຍ​ອອກ​ໄປ ຂ້ານ້ອຍ​ໄດ້​ເຫັນ​ເຫດການ​ອຶກກະທຶກ​ສັບສົນ​ຫລາຍ, ແຕ່​ຂ້ານ້ອຍ​ບໍ່​ຮູ້​ສາເຫດ​ວ່າ​ແມ່ນຫຍັງ.”


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.


ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.


ຄຳເວົ້າ​ອັນ​ບໍ່​ຈິງໃຈ ທີ່​ເຊື່ອງຊ້ອນ​ແນວຄິດ​ບໍ່ຈິງ ກໍ​ສໍ່າກັບ​ເງິນສົດ ໂອບ​ໝໍ້​ດິນ​ດາກ.


ໝູ່ເພື່ອນ​ແທ້​ເຮັດ​ໃຫ້​ເຈັບຊໍ້າ​ເພາະ​ເຈດຕະນາ​ດີ, ແຕ່​ຖ້າ​ສັດຕູ​ເອົາ​ແຂນ​ກ່າຍ​ບ່າ​ໃຫ້​ຄອຍ​ລະວັງ​ເອົາໄວ້.


ອິດຊະມາເອນ​ແລະ​ທະຫານ​ສິບ​ຄົນ​ທີ່​ມາ​ນຳ​ຕົນ ກໍ​ຊັກ​ດາບ​ອອກ ແລະ​ຂ້າ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ຫຼານຊາຍ​ຂອງ​ຊາຟານ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຄົນ​ນີ້​ແມ່ນ​ເອຮຸດ ຄົນ​ແຮງ​ກໍ້າ​ຊ້າຍ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເກຣາ​ຈາກ​ເຜົ່າ​ເບັນຢາມິນ. ປະຊາຊົນ​ອິດສະຣາເອນ​ໄດ້​ໃຊ້​ເອຮຸດ​ນຳ​ເອົາ​ຂອງຂວັນ ໄປ​ມອບ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka