7 ສະນັ້ນ ພວກທະຫານຂອງໂຢອາບ, ຊາວເກເຣັດແລະຊາວເປເລັດ ແລະທະຫານອື່ນໆທີ່ຄ້າງຢູ່ໃນນະຄອນເຢຣູຊາເລັມ ຈຶ່ງໄປກັບອາບີໄຊເພື່ອຕາມຫາຈັບເຊບາລູກຊາຍຂອງບີກຣີ.
ພວກຂ້າຣາຊການທັງໝົດໄດ້ຢືນຢູ່ ບັນດາຊາວເກເຣັດແລະຊາວເປເລັດກັບຄົນກາດຫົກຮ້ອຍຄົນ ທີ່ໄດ້ຕິດຕາມເພິ່ນມາຈາກເມືອງກາດນັ້ນ ກໍໄດ້ຍ່າງຜ່ານເພິ່ນໄປເໝືອນກັນ.
ໂຢອາບເປັນຜູ້ບັນຊາການກອງທັບຂອງຊາດອິດສະຣາເອນ. ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການທະຫານຊາວເກເຣັດແລະຊາວເປເລັດ.
ໂຢອາບລູກຊາຍຂອງນາງເຊຣູອີຢາ ເປັນຜູ້ບັນຊາການກອງທັບ; ສ່ວນເຢໂຮຊາຟັດລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ;
ເບນາອີຢາລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການ ຊາວເກເຣັດແລະຊາວເປເລັດທະຫານປ້ອງກັນຕົວຂອງກະສັດດາວິດ ແລະບັນດາລູກຊາຍຂອງກະສັດດາວິດເປັນປະໂຣຫິດ.
ແລະກະສັດກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາພວກຂ້າຣາຊການປະຈຳວັງໄປກັບພວກເຈົ້າ ໃຫ້ໂຊໂລໂມນລູກຊາຍຂອງເຮົາຂີ່ລໍຂອງເຮົາ ແລ້ວແຫ່ລາວລົງໄປທີ່ບໍ່ນໍ້າກີໂຮນ
ດັ່ງນັ້ນ ປະໂຣຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາລູກຊາຍຂອງເຢໂຮຍອາດາ ແລະບັນດາທະຫານຊາວເກເຣັດແລະຊາວເປເລັດ ຈຶ່ງໃຫ້ໂຊໂລໂມນນັ່ງເທິງຫລັງລໍຂອງກະສັດດາວິດ ແລະແຫ່ເພິ່ນໄປທີ່ບໍ່ນໍ້າກີໂຮນ.
ເພິ່ນໄດ້ໃຫ້ປະໂຣຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາລູກຊາຍຂອງເຢໂຮຍອາດາ ແລະທະຫານຊາວເກເຣັດແລະຊາວເປເລັດແຫ່ໂຊໂລໂມນໄປ. ພວກເຂົາໃຫ້ລາວນັ່ງເທິງຫລັງລໍຂອງກະສັດ
ພວກເຮົາໄດ້ປຸ້ນເຂດແດນເນເກັບຂອງຊາວເກເຣັດທີ່ທາງພາກໃຕ້ຂອງຢູດາຍ ແລະເຂດແດນຂອງຕະກຸນກາເລັບແລະໄດ້ຈູດເມືອງຊິກລັກຖິ້ມ.”