2 ຊາມູເອນ 20:6 - ພຣະຄຳພີສັກສິ6 ກະສັດຈຶ່ງບອກອາບີໄຊວ່າ, “ເຊບາລູກຊາຍຂອງບີກຣີຈະສ້າງຄວາມເດືອດຮ້ອນໃຫ້ພວກເຮົາ ຫລາຍກວ່າອັບຊາໂລມອີກ; ດັ່ງນັ້ນ ຈົ່ງນຳເອົາທະຫານອອກຕາມຫາຈັບລາວ. ຖ້າບໍ່ດັ່ງນັ້ນ ລາວອາດຢຶດເອົາບາງເມືອງທີ່ມີປ້ອມປ້ອງກັນ ແລະປົບໜີຈາກພວກເຮົາ.” Uka jalj uñjjattʼäta |
ອູຣິຢາຕອບວ່າ, “ຫີບພັນທະສັນຍາ, ທະຫານອິດສະຣາເອນ ແລະຊາວຢູດາຢູ່ຍັງໃນສະໜາມຮົບ; ໂຢອາບຜູ້ບັນຊາການຂອງຂ້ານ້ອຍ ແລະພວກນາຍທະຫານຍັງຕັ້ງຄ້າຍພັກຢູ່ທີ່ນອກເມືອງ; ເຫດໃດຂ້ານ້ອຍຈຶ່ງຈະກັບເມືອເຮືອນ, ກິນດື່ມ ແລະນອນນຳເມຍໄດ້? ຕາບໃດທີ່ກະສັດຍັງມີຊີວິດຢູ່ ແລະຕາບໃດວິນຍານຂອງກະສັດມີຊີວິດຢູ່ ຂ້ານ້ອຍຈະບໍ່ເຮັດຢ່າງນັ້ນເລີຍ.”
ແຕ່ອາບີໄຊ ລູກຊາຍຂອງນາງເຊຣູອີຢາມາຊ່ວຍກະສັດດາວິດໄວ້ທັນ ໂດຍໄດ້ໂຈມຕີຄົນຮ່າງໃຫຍ່ແລະຂ້າລາວໄດ້ໃນທີ່ສຸດ. ແລ້ວທະຫານຂອງກະສັດດາວິດກໍໄດ້ຂໍໃຫ້ກະສັດສັນຍາວ່າ ເພິ່ນຈະບໍ່ອອກໄປທີ່ສະໜາມຮົບກັບພວກເຂົາອີກເລີຍ ໂດຍບອກເພິ່ນວ່າ, “ທ່ານເປັນຄວາມຫວັງຂອງຊາດອິດສະຣາເອນ ແລະພວກຂ້ານ້ອຍບໍ່ຢາກສູນເສຍທ່ານໄປ.”
ປະຊາຊົນຂອງພຣະເຈົ້າໄດ້ຖາມກັນວ່າ, “ເປັນຫຍັງຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດ ໃຫ້ພວກເຮົາແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນ ແລະຕາຍຢູ່ໃນທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ລົງໂທດພວກເຮົາໃຫ້ເຖິງຕາຍສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ.