5 ອາມາສາຈຶ່ງໄປເອີ້ນເອົາພວກເຂົາ, ແຕ່ລາວບໍ່ໄດ້ກັບມາຕາມເວລາທີ່ກະສັດໄດ້ບອກໄວ້.
ກະສັດດາວິດຍັງສົ່ງຄົນໄປບອກອາມາສາຄືກັນວ່າ, “ເຈົ້າກໍເປັນຍາດຕິພີ່ນ້ອງຂອງເຮົາ. ນັບຕັ້ງແຕ່ນີ້ໄປ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ບັນຊາການກອງທັບແທນໂຢອາບ. ຖ້າເຮົາບໍ່ປະຕິບັດຕາມຄຳເວົ້າ ຂໍໃຫ້ພຣະເຈົ້າລົງໂທດເຮົາເຖິງຕາຍເຖີດ.”
ກະສັດຈຶ່ງບອກອາບີໄຊວ່າ, “ເຊບາລູກຊາຍຂອງບີກຣີຈະສ້າງຄວາມເດືອດຮ້ອນໃຫ້ພວກເຮົາ ຫລາຍກວ່າອັບຊາໂລມອີກ; ດັ່ງນັ້ນ ຈົ່ງນຳເອົາທະຫານອອກຕາມຫາຈັບລາວ. ຖ້າບໍ່ດັ່ງນັ້ນ ລາວອາດຢຶດເອົາບາງເມືອງທີ່ມີປ້ອມປ້ອງກັນ ແລະປົບໜີຈາກພວກເຮົາ.”
ກະສັດໂຊນໄດ້ຄອຍຖ້າຢູ່ເຈັດວັນຕາມຄຳແນະນຳຂອງຊາມູເອນ, ແຕ່ຊາມູເອນຍັງບໍ່ທັນມາຮອດກິນການເທື່ອ. ສ່ວນປະຊາຊົນຕ່າງກໍຄ່ອຍໆໜີໄປຈາກກະສັດໂຊນ;
ເຊົ້າມື້ໃໝ່ມາ ໂຢນາທານໄດ້ອອກໄປພົບດາວິດຢູ່ທີ່ທົ່ງນາ ຕາມທີ່ໄດ້ຕົກລົງກັນໄວ້. ລາວເອົາເດັກນ້ອຍຜູ້ໜຶ່ງໄປນຳ