Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 20:21 - ພຣະຄຳພີສັກສິ

21 ບໍ່ແມ່ນ​ແຜນການ​ຂອງ​ພວກເຮົາ. ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊບາ ລູກຊາຍ​ຂອງ​ບີກຣີ ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ໄດ້​ເລີ່ມ​ກະບົດ​ຕໍ່ສູ້​ກະສັດ​ດາວິດ. ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໃຫ້​ແກ່​ພວກເຮົາ​ສາ ແລະ​ພວກເຮົາ​ກໍ​ຈະ​ໄປ​ຈາກ​ເມືອງ.” ນາງ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໂຍນ​ຫົວ​ຂອງ​ລາວ​ຂ້າມ​ກຳແພງ​ໄປ​ໃຫ້​ທ່ານ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 20:21
17 Jak'a apnaqawi uñst'ayäwi  

ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ແລ້ວ​ຊາວ​ອິດສະຣາເອນ​ກໍ​ປະ​ກະສັດ​ດາວິດ​ແລະ​ໄປ​ກັບ​ເຊບາ. ແຕ່​ຊາວ​ຢູດາ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ ແລະ​ຕິດຕາມ​ເພິ່ນ​ໄປ, ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.


ໂຢອາບ​ຕອບ​ວ່າ, “ບໍ່ ຂ້ອຍ​ຈະ​ບໍ່​ທຳລາຍ​ຫລື​ມ້າງເພ​ເມືອງ​ຂອງ​ເຈົ້າ


ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ເປັນ​ຫົວໜ້າ​ຂອງ ທະຫານ​ເອກ​ສາມສິບ​ຄົນ. ລາວ​ໃຊ້​ຫອກ​ເປັນ​ອາວຸດ​ສູ້ຮົບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ຂ້າ​ໄດ້​ທັງໝົດ. ສະນັ້ນ ລາວ​ຈຶ່ງ​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຈຳນວນ ທະຫານ​ເອກ​ສາມສິບ​ຄົນ.


ເຢໂຣໂບອາມ ຄົນ​ໃນ​ຣາຊການ​ຂອງ​ກະສັດ​ໂຊໂລໂມນ ເປັນ​ສັດຕູ​ຜູ້ໜຶ່ງ​ຂອງ​ເພິ່ນ​ເຊັ່ນກັນ. ລາວ​ເປັນ​ລູກຊາຍ​ຂອງ​ເນບັດ ຊາວ​ເມືອງ​ເຊເຣດາ​ໃນ​ເຜົ່າ​ເອຟຣາອິມ. ແມ່​ຂອງ​ລາວ​ເປັນ​ໝ້າຍ​ຊື່​ວ່າ ເຊຣູຢາ.


ເມື່ອ​ໄດ້​ຮັບ​ຈົດໝາຍ​ຂອງ​ເຢຮູ​ແລ້ວ, ບັນດາ​ຜູ້ນຳ​ນະຄອນ​ຊາມາເຣຍ​ກໍ​ຂ້າ​ລູກຫລານ​ຂອງ​ກະສັດ​ອາຮາບ​ທັງໝົດ​ເຈັດສິບ​ຄົນ, ເອົາ​ຫົວ​ພວກເຂົາ​ໃສ່​ກະຕ່າ ແລະ​ສົ່ງ​ໄປ​ໃຫ້​ເຢຮູ​ທີ່​ເມືອງ​ຢິດຊະເຣນ.


ເກຮາຊິ​ຕອບ​ວ່າ, “ບໍ່ມີ​ຫຍັງດອກ ແຕ່​ນາຍ​ຂອງ​ຂ້ານ້ອຍ​ສົ່ງ​ຂ້ານ້ອຍ​ມາ​ບອກ​ທ່ານ​ວ່າ ໃນ​ຫວ່າງກີ້​ນີ້ເອງ​ມີ​ຜູ້ທຳນວາຍ​ສອງ​ຄົນ​ໃນ​ໝວດ​ເຂດ​ເນີນພູ​ເອຟຣາອິມ​ມາຮອດ ເອລີຊາ​ຢາກ​ໃຫ້​ທ່ານ​ເອົາ​ເງິນ​ສາມພັນ​ແທ່ງ ແລະ​ເສື້ອ​ທີ່​ສວຍງາມ​ສອງ​ຊຸດ​ໃຫ້​ພວກເພິ່ນ.”


ຄົນ​ທີ່​ນຳ​ຂ່າວ​ມາ​ຈາກ​ເມືອງ​ດານ ແລະ​ຈາກ​ເນີນພູ​ຕ່າງໆ​ຂອງ​ເອຟຣາອິມ​ກໍ​ປະກາດ​ຂ່າວ​ຮ້າຍ.


ເຮົາ​ຈະ​ປົວແປງ​ປະຊາຊົນ​ອິດສະຣາເອນ​ຂຶ້ນໃໝ່​ໃນ​ດິນແດນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ອາຫານ​ການກິນ​ເກີດຂຶ້ນ​ທີ່​ເທິງ​ພູ​ກາເມນ ແລະ​ໃນ​ຂົງເຂດ​ບາຊານ ແລະ​ພວກເຂົາ​ຈະ​ກິນ​ຜົນລະປູກ​ທີ່​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເອຟຣາອິມ​ກັບ​ກີເລອາດ ຕາມ​ຄວາມ​ຕ້ອງການ.


ຕໍ່ມາ ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ກໍ​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ທີ່​ເມືອງ​ກີເບອາ ຊຶ່ງ​ເປັນ​ເມືອງ​ໃນ​ເຂດ​ເນີນພູ​ເອຟຣາອິມ. ເມືອງ​ນີ້​ໄດ້​ຍົກ​ໃຫ້​ເປັນ​ກຳມະສິດ​ຂອງ​ຟີເນຮາ.


ຊາກ​ສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ດິນແດນ​ຂອງ​ເພິ່ນ​ເອງ ທີ່​ແຖບ​ເນີນພູ​ເອຟຣາອິມ​ໃນ​ເມືອງ​ຕີມນາດ​ເສຣາ ຊຶ່ງ​ຢູ່​ທາງທິດເໜືອ​ຂອງ​ພູເຂົາ​ກາອາດ.


ກີເດໂອນ​ໄດ້​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ເນີນພູ​ເອຟຣາອິມ​ທັງໝົດ​ວ່າ, “ຈົ່ງ​ລົງ​ມາ​ສູ້ຮົບ​ພວກ​ມີດີອານ. ໃຫ້​ຢຶດ​ທ່າ​ແມ່ນໍ້າ​ຈໍແດນ​ໄວ້ ແລະ​ຢູ່​ປະຈຳ​ທີ່​ຕາມ​ສາຍນໍ້າ​ຈົນ​ໄປເຖິງ​ເບັດບາຣາ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ມີດີອານ​ຂ້າມ​ນໍ້າ​ໄປ​ໄດ້.” ສ່ວນ​ພວກ​ເອຟຣາອິມ​ກໍ​ເຮັດ​ຕາມ​ທີ່​ໄດ້​ສັ່ງ​ນັ້ນ ພວກເຂົາ​ມາ​ປະຈຳ​ທີ່​ທ່າ​ແມ່ນໍ້າ​ຈໍແດນ​ແລະ​ຕາມ​ຫ້ວຍນໍ້າ​ຕ່າງໆ ຈົນ​ໄປ​ເຖິງ​ເບັດບາຣາ.


ເມື່ອ​ຊາວ​ອິດສະຣາເອນ​ເຫັນ​ວ່າ​ອາບີເມເຫຼັກ​ໄດ້​ຕາຍໄປ​ແລ້ວ ພວກເຂົາ​ທຸກຄົນ​ຈຶ່ງ​ພາກັນ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ສະນັ້ນ ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ວ່າ, “ຂໍ​ພຣະເຈົ້າຢາເວ​ຢ່າ​ອະນຸຍາດ​ໃຫ້​ຂ້ອຍ​ທຳຮ້າຍ​ເຈົ້ານາຍ​ຂອງຂ້ອຍ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້; ຄື​ທີ່​ຈະ​ຢຽດມື​ຂອງຂ້ອຍ​ໄປ​ຕໍ່ສູ້​ເພິ່ນ ເພາະ​ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.”


ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka