Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 20:2 - ພຣະຄຳພີສັກສິ

2 ແລ້ວ​ຊາວ​ອິດສະຣາເອນ​ກໍ​ປະ​ກະສັດ​ດາວິດ​ແລະ​ໄປ​ກັບ​ເຊບາ. ແຕ່​ຊາວ​ຢູດາ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ ແລະ​ຕິດຕາມ​ເພິ່ນ​ໄປ, ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ​ຈົນເຖິງ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




2 ຊາມູເອນ 20:2
12 Jak'a apnaqawi uñst'ayäwi  

ເວລາ​ກະສັດ​ດາວິດ​ກັບຄືນ​ເມືອ ທະຫານ​ຊາວ​ຢູດາ​ກໍ​ອອກ​ມາ​ພົບ​ເພິ່ນ ທີ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ມາ​ແຕ່​ເມືອງ​ກິນການ​ເພື່ອ​ແຫ່​ເພິ່ນ​ຂ້າມ​ແມ່ນໍ້າ.


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ບໍ່ແມ່ນ​ແຜນການ​ຂອງ​ພວກເຮົາ. ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊບາ ລູກຊາຍ​ຂອງ​ບີກຣີ ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ໄດ້​ເລີ່ມ​ກະບົດ​ຕໍ່ສູ້​ກະສັດ​ດາວິດ. ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໃຫ້​ແກ່​ພວກເຮົາ​ສາ ແລະ​ພວກເຮົາ​ກໍ​ຈະ​ໄປ​ຈາກ​ເມືອງ.” ນາງ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໂຍນ​ຫົວ​ຂອງ​ລາວ​ຂ້າມ​ກຳແພງ​ໄປ​ໃຫ້​ທ່ານ.”


ເມື່ອ​ກະສັດ​ດາວິດ​ມາ​ເຖິງ​ວັງ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ເອົາ​ເມຍນ້ອຍ​ສິບ​ຄົນ​ທີ່​ເພິ່ນ​ປະ​ໄວ້​ໃຫ້​ເຝົ້າ​ວັງ​ໄປ​ຂັງ​ໄວ້. ເພິ່ນ​ລ້ຽງດູ​ພວກເຂົາ​ຕາມ​ຄວາມ​ຕ້ອງການ, ແຕ່​ບໍ່ໄດ້​ສົມສູ່​ກັບ​ພວກເຂົາ​ອີກ​ເລີຍ. ພວກ​ເຫຼົ່ານີ້​ຖືກ​ຂັງ​ໄວ້​ຢ່າງ​ນີ້ ແລະ​ຢູ່​ເປັນ​ຍິງໝ້າຍ​ຕະຫລອດ​ຊີວິດ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ຮູ້​ວ່າ ເຢໂຣໂບອາມ​ໄດ້​ກັບຄືນ​ມາ​ແຕ່​ເອຢິບ​ແລ້ວ ພວກເຂົາ​ກໍ​ເຊີນ​ລາວ​ເຂົ້າ​ມາ​ຮ່ວມ​ປະຊຸມ​ກັບ​ປະຊາຊົນ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ. ສະນັ້ນ ຈຶ່ງ​ມີ​ແຕ່​ເຜົ່າຢູດາ​ເທົ່ານັ້ນ ທີ່​ຍັງ​ສັດຊື່​ຕໍ່​ເຊື້ອວົງ​ຂອງ​ກະສັດ​ດາວິດ.


ໂດຍ​ປ່ອຍ​ໃຫ້​ເຣໂຫໂບອາມ​ເປັນ​ກະສັດ​ປົກຄອງ​ແຕ່​ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ຢູດາຍ​ເທົ່ານັ້ນ.


ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.


ເລີ່ມ​ຜິດຖຽງກັນ​ກໍ​ສໍ່າກັບ​ເຂື່ອນ​ເລີ່ມ​ແຕກ ຢຸດຕິ​ເລື່ອງລາວ​ກ່ອນ​ເກີດ​ການ​ຜິດຖຽງກັນ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka