16 ຢູ່ໃນເມືອງນີ້ ຍັງມີຍິງຄົນໜຶ່ງທີ່ເປັນຜູ້ສະຫລາດຫລາຍ ນາງຮ້ອງອອກມາຈາກກຳແພງເມືອງນັ້ນວ່າ, “ຟັງກ່ອນ ຟັງກ່ອນ ໄປບອກໂຢອາບມາພີ້ເພາະຂ້ອຍຢາກເວົ້າກັບລາວ.”
ສະນັ້ນ ລາວຈຶ່ງສົ່ງຄົນໄປນຳເອົາຍິງຊາວເມືອງເຕກົວຄົນໜຶ່ງມາ. ຍິງຄົນນີ້ເປັນຄົນສະຫລາດ. ເມື່ອນາງມາຮອດ ໂຢອາບຈຶ່ງບອກນາງວ່າ, “ໃຫ້ເຈົ້າທຳທ່າໄວ້ທຸກ ແລະຢ່າຫວີຜົມ. ໃຫ້ເຮັດຄືຄົນທີ່ໄວ້ທຸກມາແຕ່ດົນນານແລ້ວ.
ໂຢອາບຈຶ່ງໄປຫາຍິງຄົນນັ້ນ ແລະນາງກໍຖາມໂຢອາບວ່າ, “ທ່ານແມ່ນໂຢອາບແມ່ນບໍ່?” ລາວຕອບວ່າ, “ແມ່ນແລ້ວ ຂ້ອຍນີ້ແຫຼະແມ່ນໂຢອາບ.” ນາງເວົ້າວ່າ, “ທ່ານເອີຍ ກະລຸນາຟັງຂ້ານ້ອຍ.” ໂຢອາບຕອບວ່າ, “ຂ້ອຍກຳລັງຟັງເຈົ້າຢູ່.”
ແລ້ວນາງກໍນຳແຜນການຂອງຕົນໄປບອກຄົນທັງຫລາຍໃນເມືອງ ແລະພວກເຂົາໄດ້ຕັດເອົາຫົວຂອງເຊບາໂຍນຂ້າມກຳແພງໄປໃຫ້ໂຢອາບ. ແລ້ວໂຢອາບກໍໄດ້ເປົ່າແກເຕືອນທະຫານໃຫ້ໜີໄປຈາກເມືອງ ແລະກັບຄືນສູ່ບ້ານເມືອງຂອງຕົນ. ສ່ວນໂຢອາບນັ້ນກໍກັບຄືນໄປຫາກະສັດທີ່ນະຄອນເຢຣູຊາເລັມ.
ຕໍ່ມາ ດານີເອນໄດ້ໄປຫາອາຣີໂອກ ຜູ້ບັນຊາການທະຫານຍາມປະຈຳກະສັດ ຄືຜູ້ທີ່ຮັບສັ່ງໃຫ້ດຳເນີນການປະຫານ. ດານີເອນໄດ້ໃຊ້ຄຳເວົ້າຢ່າງລະມັດລະວັງ