Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 20:13 - ພຣະຄຳພີສັກສິ

13 ເມື່ອ​ສົບ​ຖືກ​ຍ້າຍ​ອອກ​ຈາກ​ທາງ​ແລ້ວ ທຸກຄົນ​ຈຶ່ງ​ຕິດຕາມ​ໂຢອາບ​ໄປ​ເພື່ອ​ຊອກ​ຫາ​ຈັບ​ເຊບາ​ລູກຊາຍ​ຂອງ​ບີກຣີ.

Uka jalj uñjjattʼäta Copia luraña




2 ຊາມູເອນ 20:13
14 Jak'a apnaqawi uñst'ayäwi  

ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ທະຫານ​ຄົນ​ໜຶ່ງ​ຂອງ​ໂຢອາບ​ໄດ້​ຢືນ​ຢູ່​ຂ້າງ​ຊາກສົບ​ຂອງ​ອາມາສາ ແລະ​ຮ້ອງ​ຂຶ້ນ​ວ່າ, “ທຸກໆ​ຄົນ​ທີ່​ຢູ່​ຝ່າຍ​ໂຢອາບ​ແລະ​ກະສັດ​ດາວິດ ໃຫ້​ຕິດຕາມ​ໂຢອາບ​ໄປ.”


ສ່ວນ​ເຊບາ​ນັ້ນ​ໄດ້​ຜ່ານ​ເຂດແດນ​ຂອງ​ເຜົ່າ​ຕ່າງໆ​ໃນ​ຊາດ​ອິດສະຣາເອນ​ໄປ. ລາວ​ໄດ້​ມາ​ຮອດ​ເມືອງ​ອາເບັນ​ເບັດ​ມາອາກາ ແລະ​ທຸກຄົນ​ໃນ​ຕະກຸນ​ບີກຣີ ໄດ້​ມາ​ເຕົ້າໂຮມ​ກັນ​ແລະ​ຕິດຕາມ​ລາວ​ເຂົ້າ​ໄປ​ໃນເມືອງ.


ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ກອງທັບ​ໃຫຍ່​ແຕ່​ເມືອງ​ລາກິດ​ໄປ​ໂຈມຕີ​ກະສັດ​ເຮເຊກີຢາ​ທີ່​ນະຄອນ​ເຢຣູຊາເລັມ; ກອງທັບ​ນີ້​ບັນຊາການ​ໂດຍ​ນາຍ​ທະຫານ​ສາມ​ຄົນ ມີ​ດັ່ງນີ້: ຜູ້​ບັນຊາການ​ສູງສຸດ, ຜູ້​ບັນຊາການ​ກອງທັບ ແລະ​ຮອງ​ຜູ້​ບັນຊາການ​ສູງສຸດ​ທີ່​ເປັນ​ຜູ້​ບັນຊາການ​ແນວຮົບ. ເມື່ອ​ມາຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍ​ເຂົ້າ​ຢຶດເອົາ​ຖະໜົນ​ຊ່າງ​ຕໍ່າ​ຜ້າ ໂດຍ​ຜ່ານ​ໄປ​ທາງ​ທໍ່ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເບື້ອງເໜືອ.


ຄົນດີ​ຜີກ​ໜີ​ຈາກ​ທາງຊົ່ວ​ໄດ້​ສັນໃດ ຜູ້​ທີ່​ເຝົ້າ​ລະວັງ​ທາງເດີນ​ກໍ​ຊ່ວຍ​ຊີວິດ​ຂອງຕົນ​ໄດ້​ສັນນັ້ນ.


ແລ້ວ​ເພິ່ນ​ກໍ​ສັ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຈາກ​ເມືອງ​ລາກິດ ນຳ​ກຳລັງ​ທະຫານ​ຢ່າງ​ຫລວງຫລາຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ບັງຄັບ​ໃຫ້​ເຈົ້າ​ເຮເຊກີຢາ​ຍອມ​ຈຳນົນ. ຂ້າຣາຊການ​ຜູ້ນັ້ນ​ໄດ້​ຢຶດ​ຖະໜົນ​ບ່ອນ​ຊັກ​ຜ້າ ໂດຍ​ທາງ​ຄັນຄູ​ຊຶ່ງ​ສົ່ງ​ນໍ້າ​ມາ​ແຕ່​ສະ​ບ່ອນ​ສູງ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອຊາຢາ​ວ່າ, “ຈົ່ງ​ນຳ​ເສອາ-ຢາຊຸບ ລູກຊາຍ​ຂອງ​ເຈົ້າ​ໄປ​ພົບ​ກະສັດ​ອາຮາດ. ເຈົ້າ​ຈະ​ພົບ​ລາວ​ຕາມ​ທາງ​ໄປ​ບ່ອນ​ເຮັດ​ແຜ່ນ​ຜ້າ ຄື​ບ່ອນ​ທີ່​ນໍ້າ​ໄຫລ​ຈາກ​ອ່າງ​ມາ​ສຸດ​ທີ່​ຮ່ອງ.


“ຈົ່ງ​ເຮັດ​ປ້າຍ​ແລະ​ໝາຍ​ໄວ້​ຕາມ​ຫົນທາງ ຈົ່ງ​ຊອກຫາ​ຖະໜົນ​ທີ່​ເຈົ້າ​ໄດ້​ປະ​ໄປ​ນັ້ນ. ຈົ່ງ​ກັບ​ມາ​ເຖີດ ປະຊາຊົນ​ອິດສະຣາເອນ​ເອີຍ ກັບຄືນ​ມາ​ສູ່​ບ້ານ​ເມືອງ​ທີ່​ພວກເຈົ້າ​ໄດ້​ຈາກ​ໄປ​ນັ້ນ.


ປະຊາຊົນ​ອິດສະຣາເອນ​ກ່າວ​ວ່າ, “ພວກ​ຂ້າພະເຈົ້າ​ຈະ​ຢູ່​ຕາມ​ຖະໜົນ​ໃຫຍ່​ເທົ່ານັ້ນ ແລະ​ຖ້າ​ພວກ​ຂ້າພະເຈົ້າ​ຫລື​ຝູງສັດ​ຫາກ​ດື່ມ​ນໍ້າ​ຂອງ​ພວກທ່ານ ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ເງິນ​ໃຫ້​ພວກທ່ານ. ສິ່ງ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ແມ່ນ​ຜ່ານ​ດິນແດນ​ປະເທດ​ຂອງ​ພວກທ່ານ​ໄປ​ເທົ່ານັ້ນ.”


ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ເດີນທາງ​ມາ​ເຖິງ​ເມືອງ​ເຢຣີໂກ, ເມື່ອ​ພຣະອົງ​ກຳລັງ​ອອກ​ຈາກ​ເມືອງ​ໄປ​ກັບ​ພວກ​ສາວົກ ແລະ​ປະຊາຊົນ​ໝູ່ໃຫຍ່​ທີ່​ຕິດຕາມ​ຈຳນວນ​ຫລວງຫລາຍ ກໍ​ມີ​ຊາຍ​ຕາບອດ​ຜູ້ໜຶ່ງ​ຊື່​ວ່າ ບາຣະຕີມາຍ​ເປັນ​ລູກຊາຍ​ຂອງ​ຕີມາຍ ນັ່ງ​ຂໍທານ​ທີ່​ແຄມ​ທາງ.


ແລ້ວ​ພວກເຂົາ​ກໍ​ຄິດ​ໄດ້​ວ່າ, “ເທດສະການ​ທີ່​ມີ​ຈັດ​ຂຶ້ນ​ປະຈຳ​ປີ ສຳລັບ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.” (ເມືອງ​ຊີໂລ​ຢູ່​ທາງທິດເໜືອ​ຂອງ​ເມືອງ​ເບັດເອນ​ຢູ່​ທາງໃຕ້​ຂອງ​ເລໂບນາ ແລະ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຖະໜົນ​ລະຫວ່າງ​ເບັດເອນ​ກັບ​ຊີເຄມ.)


ແລ້ວ​ງົວແມ່​ນັ້ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ສູ່​ເບັດເຊເມດ ແລະ​ມຸ້ງໜ້າ​ຕົງ​ໄປ​ທີ່​ເມືອງ​ນີ້​ທັງ​ຮ້ອງ​ໄປ​ພ້ອມ ໂດຍ​ບໍ່ໄດ້​ລ້ຽວ​ອອກ​ໄປ​ຈາກ​ທາງ. ຝ່າຍ​ກະສັດ​ຟີລິດສະຕິນ​ທັງ​ຫ້າ​ກໍ​ຕິດຕາມ​ກວຽນ​ນັ້ນ​ໄປ ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ເບັດເຊເມດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka