2 ຊາມູເອນ 20:1 - ພຣະຄຳພີສັກສິ1 ຢູ່ໃນເມືອງກິນການຍັງມີຊາຍບໍ່ດີຄົນໜຶ່ງຊື່ວ່າ ເຊບາ; ລາວເປັນລູກຊາຍຂອງບີກຣີ ຄົນໃນເຜົ່າເບັນຢາມິນ. ລາວເປົ່າແກແລະຮ້ອງວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງພາກັນກັບເມືອບ້ານເຖີດ.” Uka jalj uñjjattʼäta |
ເມື່ອປະຊາຊົນທັງໝົດໄດ້ເຫັນວ່າກະສັດບໍ່ຟັງຄວາມຂອງພວກເຂົາ; ປະຊາຊົນຈຶ່ງທູນຕອບກະສັດວ່າ, “ພວກຂ້ານ້ອຍມີສ່ວນອັນໃດກັບດາວິດ? ພວກຂ້ານ້ອຍທັງຫຼາຍບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງກັບຄືນໄປເຕັນຂອງຕົນເທີ້ນ ດາວິດເອີຍ ຈົ່ງດູແລຣາຊວົງຂອງທ່ານເອງສາເຖີດ.” ຊາວອິດສະຣາເອນຈຶ່ງໄດ້ຈາກໄປສູ່ເຕັນຂອງພວກເຂົາ.
ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະທີ່ເຂດເນີນພູຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານລູກຊາຍຂອງຕົນ ທີ່ເມືອງກີເບອາໃນເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫຼືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ.