Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:9 - ພຣະຄຳພີສັກສິ

9 ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña




2 ຊາມູເອນ 2:9
19 Jak'a apnaqawi uñst'ayäwi  

ນາງ​ເອລາ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຊ່າງ​ຍິນດີ​ແທ້ໆ ບັດນີ້​ພວກຜູ້ຍິງ​ຈະ​ເອີ້ນ​ຂ້ອຍ​ວ່າ, ຜູ້​ມີ​ຄວາມ​ຍິນດີ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ອາເຊ.


ອີຊະໂບເຊັດ​ມີ​ອາຍຸ​ສີ່ສິບ​ປີ ເມື່ອ​ເພິ່ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ດິນແດນ​ເປັນ​ເວລາ​ສອງ​ປີ. ສ່ວນ​ເຜົ່າຢູດາ​ນັ້ນ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ


ໃນ​ຂະນະທີ່​ການ​ຕໍ່ສູ້​ກັນ​ດຳເນີນ​ຕໍ່ໄປ ລະຫວ່າງ​ກຳລັງ​ຂອງ​ດາວິດ ແລະ​ກຳລັງ​ທີ່​ຈົງຮັກ​ພັກດີ​ຕໍ່​ຄອບຄົວ​ກະສັດ​ໂຊນ ອັບເນ​ກໍ​ມີ​ອຳນາດ​ຫລາຍ​ຂຶ້ນ​ໃນ​ທ່າມກາງ​ພັກພວກ​ຂອງ​ກະສັດ​ໂຊນ.


ຈາກ​ເຜົ່າ​ເບັນຢາມິນ (ເຜົ່າ​ຂອງ​ກະສັດ​ໂຊນ​ເອງ): ສາມພັນ​ຄົນ (ຄົນ​ສ່ວນ​ຫລາຍ​ໃນ​ເຜົ່າ​ເບັນຢາມິນ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ໂຊນ​ຢູ່);


ຈາກ​ເຜົ່າ​ເອຟຣາອິມ: ຊາວພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ​ໃນ​ຕະກຸນ​ຂອງ​ພວກເຂົາ;


ກີເລອາດ​ເປັນ​ຂອງເຮົາ​ແລະ​ມານາເຊ​ກໍ​ຄືກັນ ເອຟຣາອິມ​ຄື​ໝວກ ແລະ​ຢູດາ​ຄື​ຕະບອງ​ຄອງ​ອຳນາດ.


ຕໍ່ໄປນີ້​ແມ່ນ​ເຂດແດນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເອຟຣາອິມ: ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ອາຕາໂຣດ​ອັດດາ ທາງທິດ​ຕາເວັນອອກ​ໄປ​ຈົນເຖິງ​ເບັດ​ໂຮໂຣນ​ເທິງ


ຊາຍແດນ​ນີ້​ທາງ​ທິດ​ຕາເວັນຕົກ ຈາກ​ຕັບປູອາ​ເຖິງ​ຫ້ວຍນໍ້າ​ການາ ແລະ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ. ນີ້​ແມ່ນ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້ ເປັນ​ກຳມະສິດ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເອຟຣາອິມ


ລວມທັງ​ບາງ​ເມືອງ​ກັບ​ບ້ານ​ຕ່າງໆ ຢູ່​ພາຍ​ໃນ​ເຂດ​ຊາຍແດນ​ຂອງ​ມານາເຊ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ພວກ​ເອຟຣາອິມ.


ດິນແດນ​ສ່ວນ​ໜຶ່ງ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໄດ້​ຖືກ​ມອບໝາຍ​ໃຫ້​ບາງ​ຄອບຄົວ​ໃນ​ເຜົ່າ​ມານາເຊ ເນື່ອງ​ຈາກ​ວ່າ​ມານາເຊ​ເປັນ​ລູກຊາຍກົກ​ຂອງ​ໂຢເຊັບ. ມາກີ​ພໍ່​ຂອງ​ກີເລອາດ ເປັນ​ລູກຊາຍກົກ​ຂອງ​ມານາເຊ​ແລະ​ເປັນ​ວິລະບູລຸດ​ຜູ້​ເກັ່ງກ້າ; ດັ່ງນັ້ນ ເຂດແດນ​ກີເລອາດ​ກັບ​ບາຊານ​ທາງທິດ​ຕາເວັນອອກ​ແມ່ນໍ້າ​ຈໍແດນ ຈຶ່ງ​ຖືກ​ມອບໝາຍ​ໃຫ້​ແກ່​ມາກີ.


ດິນແດນ​ທີ່​ໃຊ້​ສະຫລາກ​ໄດ້​ກ່ອນ​ໝູ່​ນັ້ນ ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ. ດິນແດນ​ຂອງ​ພວກເຂົາ​ແມ່ນ​ຕັ້ງ​ຢູ່ ລະຫວ່າງ​ເຜົ່າຢູດາ​ແລະ​ເຜົ່າ​ໂຢເຊັບ.


ແມ່ນໍ້າ​ຈໍແດນ​ເປັນ​ຊາຍແດນ​ທາງທິດ​ຕາເວັນອອກ. ນີ້​ແມ່ນ​ຊາຍແດນ​ຂອງ​ດິນແດນ ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ໄດ້​ຮັບ​ເປັນ​ກຳມະສິດ.


ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ຢິດຊະເຣນ, ເກສຸນໂລດ, ຊູເນມ,


ດັ່ງນັ້ນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ຈຶ່ງ​ໄດ້​ຄືນ​ສູ່​ຖິ່ນຖານ. ພວກເຂົາ​ໄດ້​ຈາກ​ຊາວ​ອິດສະຣາເອນ​ພວກອື່ນໆ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ ອອກ​ກັບ​ໄປ​ສູ່​ດິນແດນ​ຂອງ​ພວກຕົນ ຄື​ດິນແດນ​ກີເລອາດ ບ່ອນ​ທີ່​ພວກເຂົາ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.


ຊາວ​ອາເຊ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ໃນ​ເມື່ອ​ພວກເຂົາ​ບໍ່ໄດ້​ຖືກ​ຂັບໄລ່​ໃຫ້​ອອກ​ໜີໄປ.


ພວກ​ຟີລິດສະຕິນ​ໄດ້​ນຳ​ເອົາ​ທະຫານ​ຂອງຕົນ​ໄປ​ເຕົ້າໂຮມ​ກັນ​ຢູ່​ທີ່​ອາເຟັກ ຊຶ່ງ​ໃນຂະນະ​ດຽວກັນ​ນັ້ນ​ພວກ​ອິດສະຣາເອນ​ກໍໄດ້​ຕັ້ງ​ຄ້າຍ ຢູ່​ທີ່​ນໍ້າພຸ​ໃນ​ຮ່ອມພູ​ຢິດຊະເຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka