Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 2:8 - ພຣະຄຳພີສັກສິ

8 ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.

Uka jalj uñjjattʼäta Copia luraña




2 ຊາມູເອນ 2:8
18 Jak'a apnaqawi uñst'ayäwi  

ພໍ​ເຫັນ​ເທວະດາ​ຕົນ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍ​ຂອງ​ພຣະເຈົ້າ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ ມະຫານາອິມ.


ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.


ກະສັດ​ດາວິດ​ໄດ້​ໄປ​ຮອດ​ເມືອງ​ມະຫານາອິມ ໃນ​ຂະນະທີ່​ອັບຊາໂລມ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ.


ອັບເນ​ແລະ​ຄົນ​ຂອງຕົນ​ໄດ້​ເຄື່ອນ​ທັບ ຜ່ານ​ຮ່ອມພູ​ຈໍແດນ​ຕະຫລອດ​ທັງຄືນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ. ຫລັງຈາກ​ຍ່າງ​ຕະຫລອດ​ເຊົ້າ ພວກເຂົາ​ຈຶ່ງ​ກັບ​ມາ​ຮອດ​ມະຫານາອິມ.


ສະນັ້ນ ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ​ເຖີດ ໂຊນ​ກະສັດ​ຂອງ​ພວກທ່ານ​ໄດ້​ຕາຍໄປ​ແລ້ວ ແລະ​ປະຊາຊົນ​ຊາວ​ຢູດາ​ກໍໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ຂ້າພະເຈົ້າ ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ​ແລ້ວ.”


ກະສັດ​ກ່າວ​ແກ່​ບັນດາ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກທ່ານ​ຮູ້​ບໍ​ວ່າ​ວັນ​ນີ້ ມີ​ຜູ້ນຳ​ຄົນ​ສຳຄັນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຕາຍໄປ.


ໃນ​ຂະນະທີ່​ການ​ຕໍ່ສູ້​ກັນ​ດຳເນີນ​ຕໍ່ໄປ ລະຫວ່າງ​ກຳລັງ​ຂອງ​ດາວິດ ແລະ​ກຳລັງ​ທີ່​ຈົງຮັກ​ພັກດີ​ຕໍ່​ຄອບຄົວ​ກະສັດ​ໂຊນ ອັບເນ​ກໍ​ມີ​ອຳນາດ​ຫລາຍ​ຂຶ້ນ​ໃນ​ທ່າມກາງ​ພັກພວກ​ຂອງ​ກະສັດ​ໂຊນ.


ຈາກ​ເຜົ່າ​ເບັນຢາມິນ (ເຜົ່າ​ຂອງ​ກະສັດ​ໂຊນ​ເອງ): ສາມພັນ​ຄົນ (ຄົນ​ສ່ວນ​ຫລາຍ​ໃນ​ເຜົ່າ​ເບັນຢາມິນ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ໂຊນ​ຢູ່);


ຈາກ​ເຜົ່າ​ເອຟຣາອິມ: ຊາວພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ​ໃນ​ຕະກຸນ​ຂອງ​ພວກເຂົາ;


ເນຣະ​ເປັນ​ພໍ່​ຂອງ​ກີເຊ ແລະ​ກີເຊ​ເປັນ​ພໍ່​ຂອງ​ກະສັດ​ໂຊນ. ກະສັດ​ໂຊນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ​ເອຊະບາອານ.


ເນຣະ​ເປັນ​ພໍ່​ຂອງ​ກີເຊ ແລະ​ກີເຊ​ເປັນ​ພໍ່​ຂອງ​ໂຊນ. ໂຊນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ​ເອຊະບາອານ.


ຈາກ​ເຂດແດນ​ຂອງ​ກາດ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຣາໂມດ​ໃນ​ກີເລອາດ ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ມະຫານາອິມ,


ເມຍ​ຂອງ​ກະສັດ​ໂຊນ​ຊື່​ວ່າ ອາຮີໂນອາມ​ລູກສາວ​ຂອງ​ອາຮີມາອາດ; ຜູ້​ບັນຊາການ​ກອງທັບ​ແມ່ນ​ຍາດຕິພີ່ນ້ອງ​ຂອງ​ເພິ່ນ​ຊື່​ວ່າ ອັບເນ; ລາວ​ແມ່ນ​ລູກຊາຍ​ຂອງ​ເນຣະ​ຜູ້​ເປັນ​ລູງ​ຂອງ​ໂຊນ.


ເມື່ອ​ກະສັດ​ໂຊນ​ເຫັນ​ດາວິດ​ອອກ​ໄປ​ຕໍ່ສູ້​ກັບ​ໂກລີອາດ​ນັ້ນ ເພິ່ນ​ຈຶ່ງ​ຖາມ​ອັບເນ​ຜູ້​ບັນຊາການ​ທະຫານ​ຂອງຕົນ​ວ່າ, “ອັບເນ ບ່າວນ້ອຍ​ຄົນນີ້​ແມ່ນ​ລູກ​ຂອງ​ຜູ້ໃດ?” ອັບເນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ບໍ່​ຮູ້ຈັກ.”


ເພິ່ນ​ຮ້ອງ​ໃສ່​ທະຫານ​ຂອງ​ກະສັດ​ໂຊນ​ແລະ​ອັບເນ​ລູກຊາຍ​ຂອງ​ເນຣະ​ວ່າ, “ອັບເນ ເຈົ້າ​ໄດ້ຍິນ​ສຽງ​ຂອງຂ້ອຍ​ຫລື​ບໍ່?” ອັບເນ​ຮ້ອງ​ຖາມ​ຄືນ​ວ່າ, “ແມ່ນ​ຜູ້ໃດ​ຮ້ອງ​ແລະ​ກ້າ​ປຸກ​ກະສັດ​ໃຫ້​ຕື່ນ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka